7 ແຕ່ຈະໃຫ້ພັກຜ່ອນໄດ້ຢ່າງໃດ ໃນເມື່ອພຣະເຈົ້າຢາເວໄດ້ມອບໝາຍວຽກໃຫ້ມັນເຮັດ? ພຣະອົງໄດ້ສັ່ງມັນໃຫ້ໂຈມຕີເມືອງອາຊະເກໂລນ ທັງປະຊາຊົນທີ່ອາໄສຢູ່ຕາມແຄມທະເລນັ້ນ.”
ເຮົາໄດ້ສົ່ງຊາວອັດຊີເຣຍໄປ ເພື່ອໂຈມຕີຊາດທີ່ບໍ່ນັບຖືພຣະເຈົ້າ ຄືປະຊາຊົນທີ່ໄດ້ເຮັດໃຫ້ເຮົາໂກດຮ້າຍ. ເຮົາໄດ້ສົ່ງພວກເຂົາໄປເພື່ອປຸ້ນຈີ້ທັງລັກ ແລະຢຽບຢໍ່າປະຊາຊົນເຫຼົ່ານັ້ນ ເໝືອນຢຽບຢໍ່າຂີ້ຝຸ່ນໃນຖະໜົນຫົນທາງ.”
ອົງພຣະຜູ້ເປັນເຈົ້າໄດ້ເອີ້ນເອົາທະຫານທີ່ທະນົງຕົວ ແລະໄວ້ໃຈໄດ້ໃຫ້ເຮັດເສິກຂອງພຣະອົງ ແລະໃຫ້ລົງໂທດຜູ້ທີ່ພຣະອົງໂກດຮ້າຍ.
ເຈົ້າຍັງບໍ່ເຄີຍໄດ້ຍິນບໍວ່າ ເຮົາວາງແຜນການທັງໝົດນີ້ໄວ້ຕັ້ງນານແລ້ວ? ບັດນີ້ ເຮົາກໍດຳເນີນຕາມແຜນການນັ້ນ. ເຮົາໄດ້ໃຫ້ອຳນາດແກ່ເຈົ້າປ່ຽນນະຄອນທີ່ມີປ້ອມປ້ອງກັນ ໃຫ້ເປັນກອງສິ່ງຮົກຮ້າງເພພັງ.
ຈົ່ງສາບແຊ່ງຜູ້ທີ່ບໍ່ເຮັດວຽກງານຂອງພຣະເຈົ້າຢາເວດ້ວຍໝົດຈິດໝົດໃຈ ຈົ່ງສາບແຊ່ງຜູ້ທີ່ບໍ່ໃຊ້ດາບຂອງຕົນເພື່ອຟັນແລະເຂັ່ນຂ້າ).
ຫລືເຮົາອາດນຳສົງຄາມມາສູ່ປະເທດນັ້ນ ທັງນຳອາວຸດອັນຮ້າຍແຮງທີ່ສຸດມາທຳລາຍຊີວິດມະນຸດ ຕະຫລອດທັງສັດທັງຫລາຍໃຫ້ພິນາດໄປໝົດ
ບັດນີ້ ມະນຸດເອີຍ ຈົ່ງທຳນວາຍເຖີດ. ຈົ່ງຕົບມືແລະດາບຈະຟັນແລ້ວຟັນອີກ. ມັນແມ່ນດາບດວງໜຶ່ງທີ່ຂ້າ ຄືດາບດວງໜຶ່ງທີ່ໜ້າຢ້ານກົວຫລາຍ ທັງໃຊ້ສັງຫານໝູ່.
ເອົາດາບຂອງພວກເຈົ້າມ້ຽນສາ ເຮົາຈະຕັດສິນພວກເຈົ້າໃນບ່ອນທີ່ພວກເຈົ້າໄດ້ຖືກສ້າງຂຶ້ນມາ ຄືໃນດິນແດນທີ່ພວກເຈົ້າໄດ້ເກີດມານັ້ນ.
“ມະນຸດເອີຍ ຈົ່ງທຳນວາຍເຖີດ. ຈົ່ງບອກປະຊາຊົນວ່າ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ມີດາບດວງໜຶ່ງ ມີດາບດວງໜຶ່ງເດີ ຊຶ່ງຖືກຝົນແລ້ວແລະຂັດໃຫ້ເຫລື້ອມດີດ້ວຍ.
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກຳລັງປະກາດວ່າເຮົາຈະໂຈມຕີຊາວຟີລິດສະຕິນ ແລະກວາດລ້າງພວກເກເຣັດໃຫ້ໝົດໄປ. ເຮົາຈະທຳລາຍທຸກຄົນທີ່ເຫຼືອຢູ່ໃນທົ່ງພຽງຟີລິດສະຕິນ.
ສຽງແກບຸກໂຈມຕີດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນໄດ້ຊັ້ນບໍ? ເປັນໄດ້ບໍທີ່ເມືອງໜຶ່ງຖືກໄພພິບັດ ໂດຍທີ່ພຣະເຈົ້າຢາເວບໍ່ໃຫ້ເກີດຂຶ້ນ?
ການຢຳເກງພຣະເຈົ້າຢາເວເປັນການສະຫລາດ. ພຣະອົງຮ້ອງໃສ່ເມືອງນັ້ນວ່າ, “ຈົ່ງຟັງເທີ້ນ ພວກເຈົ້າປະຊາຊົນທີ່ປະຊຸມກັນຢູ່ໃນເມືອງ
ຈົ່ງໄປໂຈມຕີຊາວອາມາເຫຼັກ ແລະທຳລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫຼືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍຜູ້ຍິງ, ແອນ້ອຍທີ່ຫາກໍເກີດໃໝ່ກັບເດັກນ້ອຍທຸກຄົນຖິ້ມ ຕະຫລອດທັງຝູງງົວ, ຝູງແກະ, ຝູງອູດ ແລະຝູງລໍດ້ວຍ.”’