Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 47:6 - ພຣະຄຳພີສັກສິ

6 ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 47:6
20 Jak'a apnaqawi uñst'ayäwi  

ອັບເນ​ຮ້ອງ​ໃສ່​ໂຢອາບ​ວ່າ, “ພວກເຮົາ​ຕ້ອງ​ສູ້ຮົບ​ກັນ​ຕະຫລອດໄປ​ຊັ້ນບໍ? ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ໃນ​ທີ່ສຸດ​ບໍ່ມີ​ຫຍັງ​ໝົດ​ນອກຈາກ​ຄວາມ​ຂົມຂື່ນ​ແຕ່​ເທົ່ານັ້ນ. ພວກເຮົາ​ເປັນ​ພີ່ນ້ອງ​ຊາດ​ດຽວກັນ ເຫິງ​ປານໃດ​ເຈົ້າ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ເຈົ້າ ໃຫ້​ເຊົາ​ໄລ່​ຕາມ​ພວກຂ້ອຍ?”


ພຣະເຈົ້າຢາເວ​ໄດ້​ສັ່ງ​ເທວະດາ​ໃຫ້​ເອົາ​ດາບ​ມ້ຽນ​ໄວ້ ແລະ​ເທວະດາ​ຕົນ​ນັ້ນ​ກໍໄດ້​ເຊື່ອຟັງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ ຂັດຂວາງ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ໂຜດ​ໃຊ້​ດາບ​ຂອງ​ພຣະອົງ​ມາ​ກຳຈັດ​ສັດຕູ​ເຫຼົ່ານັ້ນ​ສາ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແດ່ທ້ອນ


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ຕາມ​ບ່ອນ​ສູງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ພວກ​ທຳລາຍ​ລ້າງຜານ​ໄດ້​ມາ​ປຸ້ນສະດົມ​ຈົນໝົດ. ເຮົາ​ໄດ້​ສົ່ງ​ເສິກ​ມາ​ທຳລາຍ​ດິນແດນ​ທັງໝົດ ຈົນ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ສະຫງົບສຸກ​ໄດ້​ຕາມ​ທີ່​ຕ່າງໆ.


ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ສັ່ງ​ໃຫ້​ພວກເຂົາ​ດື່ມ​ຈາກ​ຈອກ​ນີ້​ຈົນ​ຮາກ​ອອກ​ມາ ຈົນ​ພວກເຂົາ​ລົ້ມລົງ​ແລະ​ລຸກຂຶ້ນ​ບໍ່ໄດ້ ເພາະ​ສົງຄາມ​ທີ່​ເຮົາ​ຈະ​ສົ່ງ​ໄປ​ຕໍ່ສູ້​ພວກເຂົາ​ນັ້ນ.


ຂ້ານ້ອຍ​ຈະ​ຕ້ອງ​ເຫັນ​ການ​ສູ້ຮົບ​ຢ່າງນີ້​ດົນ​ປານໃດ? ຍິນ​ສຽງ​ແກ​ດັງ​ກ້ອງ​ຢູ່​ດົນນານ​ປານໃດ​ອີກ?


ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ເຮັດ​ວຽກງານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ໝົດ​ຈິດ​ໝົດໃຈ ຈົ່ງ​ສາບແຊ່ງ​ຜູ້​ທີ່​ບໍ່​ໃຊ້​ດາບ​ຂອງຕົນ​ເພື່ອ​ຟັນ​ແລະ​ເຂັ່ນຂ້າ).


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ຕາຍ ປະຊາຊົນ​ຕາຍ ນັກປົກຄອງ ແລະ​ນັກປາດ​ດ້ວຍ.


ຫລື​ເຮົາ​ອາດ​ນຳ​ສົງຄາມ​ມາ​ສູ່​ປະເທດ​ນັ້ນ ທັງ​ນຳ​ອາວຸດ​ອັນ​ຮ້າຍແຮງ​ທີ່ສຸດ​ມາ​ທຳລາຍ​ຊີວິດ​ມະນຸດ ຕະຫລອດ​ທັງ​ສັດ​ທັງຫລາຍ​ໃຫ້​ພິນາດ​ໄປ​ໝົດ


ເອົາ​ດາບ​ຂອງ​ພວກເຈົ້າ​ມ້ຽນ​ສາ ເຮົາ​ຈະ​ຕັດສິນ​ພວກເຈົ້າ​ໃນ​ບ່ອນ​ທີ່​ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ຄື​ໃນ​ດິນແດນ​ທີ່​ພວກເຈົ້າ​ໄດ້​ເກີດ​ມາ​ນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ຈົ່ງ​ເອົາ​ດາບ​ຄືນ​ໃສ່​ຝັກ​ໄວ້​ເສຍ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ ທີ່​ພຣະບິດາເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ນັ້ນ​ບໍ?”


ແລ້ວ​ສອງ​ໝວດ​ອື່ນ​ອີກ​ກໍ​ເຮັດ​ເໝືອນກັນ. ພວກເຂົາ​ໃຊ້​ມື​ເບື້ອງຊ້າຍ​ຖື​ກະບອງ ແລະ​ໃຊ້​ມື​ເບື້ອງຂວາ​ຖື​ແກ ທັງ​ຮ້ອງ​ຂຶ້ນ​ວ່າ, “ດາບ​ເພື່ອ​ພຣະເຈົ້າຢາເວ ແລະ​ເພື່ອ​ກີເດໂອນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka