3 ພວກເຂົາຈະໄດ້ຍິນສຽງຕີນມ້າແລ່ນກະທືບພື້ນດິນ ສຽງລົດຮົບຈະກະທົບດິນ ແລະລໍ້ລົດກໍຈະດັງກ້ອງ. ພໍ່ບໍ່ໄດ້ຫລຽວຫລັງເບິ່ງລູກໆຂອງຕົນ ມືຂອງພວກເຂົາຈະຈັບຂ້າງພໍ່ຕົນຢ່າງອ່ອນເພຍເປ້ຍຫລ່ອຍ.
ລູກທະນູຂອງພວກເຂົາແຫລມ ແລະໜ້າທະນູກໍພ້ອມແລ້ວທີ່ຈະຍິງ. ກີບຕີນມ້າຂອງພວກເຂົາແຂງດັ່ງຫີນ ແລະຕີນລົດກໍປິ່ນດັ່ງລົມບ້າໝູ.
ຈົ່ງສັ່ງຝູງມ້າໃຫ້ແລ່ນແກ່ລົດຮົບອອກມາ ຈົ່ງໃຫ້ພວກທະຫານຖືໂລ້ຍ່າງອອກມາພ້ອມ ຄືພວກທີ່ມາແຕ່ປະເທດເອທີໂອເປຍແລະປະເທດລີເບຍ ນັກຍິງໜ້າທະນູທີ່ຊຳນານຈາກປະເທດລີເດຍດ້ວຍ.”’
ພວກເຂົາຢຶດໜ້າທະນູ ແລະດາບໄດ້ຫລວງຫລາຍ ພວກເຂົາໂຫດຮ້າຍຫລາຍໄຮ້ຄວາມເມດຕາທັງນັ້ນ. ພວກເຂົາຮ້ອງສຽງດັງກ້ອງດັ່ງຄື້ນທະເລ ເມື່ອພວກເຂົາຂີ່ມ້າຂອງຕົນແລ່ນຫອບໄປນັ້ນ. ພວກເຂົາຕ່າງກໍຕຽມພ້ອມເຂົ້າສູ່ສະໜາມ ຕຽມເຮັດສົງຄາມຕໍ່ສູ້ບາບີໂລນທັງນັ້ນ.
ເຫຼົ່າສັດຕູຂອງພວກເຮົາໄດ້ມາຮອດເມືອງດານແລ້ວ ເພາະພວກເຮົາໄດ້ຍິນສຽງມ້າຂອງພວກເຂົາຫາຍໃຈ. ດິນແດນທັງໝົດກໍສັ່ນສະເທືອນ ເມື່ອມ້າຂອງພວກເຂົາຮ້ອງ. ເຫຼົ່າສັດຕູໄດ້ມາທຳລາຍດິນແດນຂອງພວກເຮົາ ພ້ອມກັບທຸກສິ່ງໃນດິນແດນ ຄືຕະຫລອດທັງເມືອງ ແລະປະຊາຊົນທຸກຄົນດ້ວຍ.”
ພວກເຂົາຈະໂຈມຕີເຈົ້າຈາກທາງທິດເໜືອ ໂດຍນຳກອງທັບໃຫຍ່ ພ້ອມທັງລົດຮົບກັບກອງກວຽນສະບຽງອາຫານມາດ້ວຍ. ທະຫານເຫຼົ່ານີ້ມີທັງໂລ້ແລະໝວກເຫຼັກປ້ອງກັນ ພວກເຂົາຈະປິດລ້ອມເຈົ້າໄວ້. ເຮົາຈະມອບເຈົ້າໃຫ້ແກ່ພວກເຂົາ ແລະພວກເຂົາຈະຕັດສິນເຈົ້າຕາມກົດໝາຍຂອງພວກເຂົາເອງ.
ລົດຮົບແລ່ນຕາມທາງກະທົບກະແທກຢ່າງແຮງ ໂດຍແລ່ນຟ້າວຟັ່ງໄປມາໃນກາງເມືອງທີ່ສີ່ແຍກ. ພວກມັນສົ່ງແສງເຍືອງໄປດັ່ງກະບອງ ສ່ອງແສງເຕັ້ນໄປດັ່ງແສງຟ້າແມບເຫລື້ອມ.
ດັ່ງເຂື່ອນແຕກນໍ້າໄຫລທັ່ງອອກເປັນສາຍທາລາ ປະຊາຊົນກໍຟ້າວຟັ່ງອອກມາແຕ່ນີເນເວ ທັງນັ້ນ ສຽງຮ້ອງດັງອອກມາວ່າ, “ຢຸດ ຢຸດສາກ່ອນ.” ແຕ່ຜູ້ທີ່ປົບໜີໄປບໍ່ມີຜູ້ໃດຫັນຄືນມາຕອບ.
ທີ່ໜ້າເອິກຂອງພວກມັນມີສິ່ງໜຶ່ງເໝືອນແຜ່ນເຫຼັກປ້ອງກັນໜ້າເອິກ, ສຽງປີກຂອງພວກມັນເໝືອນສຽງລົດມ້າຈຳນວນຫລາຍຄັນ ທີ່ແລ່ນເຂົ້າສູ່ສະໜາມຮົບ.
ແລ້ວມ້າທີ່ພວກເຮົາຂີ່ກໍຫອບບຸກໜ້າໄປ ກີບຕີນມັນຢັນຂີ້ດິນຟົ້ງຂຶ້ນເປັນກຸ່ນໆ.