8 ແມ່ນເອຢິບເອງທີ່ມາກຂຶ້ນດັ່ງນໍ້ານິນ ດັ່ງແມ່ນໍ້າທີ່ກຳລັງໄຫລລົ້ນຖ້ວມຕາຝັ່ງ. ເອຢິບເວົ້າວ່າ, ‘ເຮົາຈະໂຜ່ຫົວຂຶ້ນຄອງໂລກາ ຈະທຳລາຍເມືອງກັບຄົນທີ່ອາໄສຢູ່ທີ່ນັ້ນ.
ຈົ່ງບອກວ່າ ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ກະສັດແຫ່ງເອຢິບວ່າ, ‘ເຮົາເປັນສັດຕູຂອງເຈົ້າ, ເຈົ້າເປັນແຂ້ຕົວຮ້າຍກາດທີ່ກຳລັງນອນຢູ່ໃນນໍ້າ. ເຈົ້າກ່າວວ່ານໍ້ານິນເປັນຂອງເຈົ້າແລະເຈົ້າສ້າງມັນຂຶ້ນມາ.
“ມະນຸດເອີຍ ຈົ່ງຕັກເຕືອນກະສັດແຫ່ງເອຢິບຢ່າງໜັກແໜ້ນ. ຈົ່ງມອບຖ້ອຍຄຳຂອງເຮົານີ້ໃຫ້ລາວວ່າ, ‘ເຈົ້າປະພຶດຕົນດັ່ງສິງໂຕໜຶ່ງໃນທ່າມກາງຊົນຊາດທັງຫລາຍ. ແຕ່ເຈົ້າກໍເປັນດັ່ງແຂ້ທີ່ກຳລັງຟາດຫາງໃສ່ແມ່ນໍ້າ. ເຈົ້າໃຊ້ຕີນກວນນໍ້າໃຫ້ຂຸ່ນ ແລະເຮັດໃຫ້ແມ່ນໍ້າຕ່າງໆເປິເປື້ອນ.
ບັນດາລູກຊາຍຂອງກະສັດແຫ່ງຊີເຣຍຈະຕຽມສູ້ຮົບ ແລະຈະລວບລວມກອງທັບໄວ້ເປັນຈຳນວນຫລວງຫລາຍ. ຄົນໜຶ່ງໃນພວກເຂົາຈະຕີຊະນະຢ່າງໄວວາດັ່ງນໍ້າໄຫລຖ້ວມ ແລະໂຈມຕີເອົາປ້ອມແຫ່ງໜຶ່ງຂອງສັດຕູ.
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.