7 ຜູ້ນີ້ຄືຜູ້ໃດທີ່ໂຜ່ຫົວຂຶ້ນດັ່ງແມ່ນໍ້ານິນ? ດັ່ງແມ່ນໍ້າທີ່ກຳລັງໄຫລລົ້ນຖ້ວມຕາຝັ່ງ.
ແມ່ນຫຍັງນໍ ກຳລັງມາຈາກຖິ່ນແຫ້ງແລ້ງກັນດານ ດຸດດັ່ງຄວັນທີ່ເປັນເສົາພຸ່ງຂຶ້ນ ແມ່ນກິ່ນຊວນຊື່ນເຄື່ອງຫອມແລະກຳຍານບໍ? ຊຶ່ງພໍ່ຄ້າທັງຫລາຍໄດ້ນຳມາຂາຍນັ້ນ.
ຜູ້ທີ່ມາຈາກຖິ່ນແຫ້ງແລ້ງກັນດານຄືຜູ້ໃດເດນໍ ທີ່ແນບຢູ່ໃນອ້ອມແຂນຄົນຮັກຂອງນາງນັ້ນ? ນ້ອງປຸກອ້າຍໃຫ້ລຸກຢູ່ໃຕ້ຕົ້ນໝາກຈອງ ບ່ອນທີ່ແມ່ອ້າຍເອງໃຫ້ກຳເນີດອ້າຍ.
ແມ່ນຜູ້ໃດນໍ ທີ່ກຳລັງມາຈາກເມືອງໂບຊະຣາໃນເອໂດມ? ແມ່ນຜູ້ໃດນໍທີ່ນຸ່ງເຄື່ອງສີແດງສະຫງ່າງາມ ໂດຍຍ່າງ ດ້ວຍທ່າທາງທີ່ຊົງຣິດອຳນາດແລະຊົງກຳລັງວັງຊາ? “ນີ້ແມ່ນເຮົາເອງ ກຳລັງຮ້ອງປະກາດດ້ວຍຄວາມຊອບທຳ ອົງຊົງຣິດອຳນາດຍິ່ງໃຫຍ່ຊ່ວຍໃຫ້ພົ້ນໄດ້.”
ພຣະເຈົ້າຢາເວກ່າວວ່າ, “ເບິ່ງແມ! ນໍ້າກຳລັງນອງຢູ່ທາງທິດເໜືອ ແລະຈະໄຫລແຮງດັ່ງນໍ້າຫ້ວຍຖ້ວມລົ້ນຕາຝັ່ງ. ນໍ້ານັ້ນຈະຖ້ວມທຸກໆສິ່ງທົ່ວທັງດິນແດນ ລວມທັງເມືອງກັບປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນຈະໂຮຮ້ອງຂໍໃຫ້ຊ່ວຍເຫລືອ ທຸກຄົນໃນແຜ່ນດິນຈະຮ້ອງໄຫ້ຢ່າງຂົມຂື່ນ.
“ມະນຸດເອີຍ ຈົ່ງຕັກເຕືອນກະສັດແຫ່ງເອຢິບຢ່າງໜັກແໜ້ນ. ຈົ່ງມອບຖ້ອຍຄຳຂອງເຮົານີ້ໃຫ້ລາວວ່າ, ‘ເຈົ້າປະພຶດຕົນດັ່ງສິງໂຕໜຶ່ງໃນທ່າມກາງຊົນຊາດທັງຫລາຍ. ແຕ່ເຈົ້າກໍເປັນດັ່ງແຂ້ທີ່ກຳລັງຟາດຫາງໃສ່ແມ່ນໍ້າ. ເຈົ້າໃຊ້ຕີນກວນນໍ້າໃຫ້ຂຸ່ນ ແລະເຮັດໃຫ້ແມ່ນໍ້າຕ່າງໆເປິເປື້ອນ.
ບັນດາລູກຊາຍຂອງກະສັດແຫ່ງຊີເຣຍຈະຕຽມສູ້ຮົບ ແລະຈະລວບລວມກອງທັບໄວ້ເປັນຈຳນວນຫລວງຫລາຍ. ຄົນໜຶ່ງໃນພວກເຂົາຈະຕີຊະນະຢ່າງໄວວາດັ່ງນໍ້າໄຫລຖ້ວມ ແລະໂຈມຕີເອົາປ້ອມແຫ່ງໜຶ່ງຂອງສັດຕູ.
ຜູ້ໃດຜູ້ໜຶ່ງທີ່ຕໍ່ຕ້ານລາວ ຈະຖືກກວາດລ້າງ ແລະຖືກກຳຈັດ ແມ່ນແຕ່ມະຫາປະໂຣຫິດຂອງພຣະເຈົ້າກໍຕາມ.
ໃນບັ້ນປາຍຂອງເວລານັ້ນ ຜູ້ນຳທີ່ພຣະເຈົ້າໄດ້ເລືອກໄວ້ ຈະຖືກຂ້າຢ່າງບໍ່ຍຸດຕິທຳ. ເມືອງແລະພຣະວິຫານກໍຈະຖືກກອງທັບຂອງພວກເຈົ້ານາຍທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງບຸກຮຸກທຳລາຍ. ຄາວສິ້ນສຸດນີ້ຈະມາເໝືອນນໍ້າໄຫລຖ້ວມ ໂດຍນຳເອົາເສິກສົງຄາມ ແລະການທຳລາຍທີ່ພຣະເຈົ້າໄດ້ຈັດຕຽມໄວ້ນັ້ນມາ.
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.
ພະຍານາກນັ້ນ ໄດ້ພົ່ນນໍ້າອອກຈາກປາກເໝືອນແມ່ນໍ້າ ໄຫລຕາມຍິງນັ້ນ ເພື່ອຈະໃຫ້ພັດຍິງນັ້ນໄປ,