5 ແຕ່ມີຫຍັງເກີດຂຶ້ນຈຶ່ງເຫັນພວກເຂົາຕົກໃຈກົວ ທະຫານຂອງພວກເຂົາຖືກຕີໃຫ້ລ່າຖອຍສາແລ້ວ. ພວກເຂົາເຕັມໄປດ້ວຍຄວາມຢ້ານຈຶ່ງແລ່ນປົບໜີໄປ ແລ່ນໜີຢ່າງສຸດກຳລັງທັງບໍ່ຫລຽວຄືນຫລັງອີກ.
ເມື່ອພວກເຂົາຖືກນຳອອກມາຈາກເມືອງແລ້ວ ເທວະດາຕົນໜຶ່ງກໍເວົ້າວ່າ, “ຈົ່ງຟ້າວໜີເອົາຕົວລອດ! ຢ່າຫລຽວຄືນຫລັງ ແລະຢ່າຢຸດຢູ່ທີ່ຮ່ອມພູ. ຈົ່ງພາກັນແລ່ນຂຶ້ນໄປເທິງເນີນພູເພື່ອເອົາຊີວິດລອດ.”
ພວກເຂົາທຸກຄົນຈະຢ້ານກົວຍິ່ງ ແລະເຈັບປວດໜັກ ຄືເຈັບດັ່ງຜູ້ຍິງຈະຄອດລູກ. ພວກເຂົາຈະເບິ່ງກັນແລະກັນດ້ວຍຄວາມຢ້ານກົວ ແລະສີໜ້າຂອງພວກເຂົາກໍຮູ້ສຶກເຜົາຮ້ອນດ້ວຍຄວາມອັບອາຍ.
ເມື່ອເວລານັ້ນມາເຖິງ ປະຊາຊົນຊາວເອຢິບຈະເປັນດັ່ງພວກຜູ້ຍິງ. ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ເມື່ອເຫັນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຢຽດມືອອກເພື່ອລົງໂທດພວກເຂົາ.
ທຸກຄົນທີ່ວາງໃຈໃນຮູບເຄົາຣົບທັງຮ້ອງຫາມັນ ກໍຈະຖືກດູໝິ່ນນິນທາ ແລະອັບອາຍຂາຍໜ້າ.”
ພຣະເຈົ້າຢາເວໂກດຮ້າຍປະຊາຊົນຂອງພຣະອົງ ແລະຢຽດມືອອກລົງໂທດພວກເຂົາສາແລ້ວ. ພູທັງຫລາຍຈະສັ່ນສະເທືອນ ແລະຊາກສົບຂອງຄົນຕາຍກໍຈະຖືກປະປ່ອຍໄວ້ຕາມຖະໜົນຫົນທາງດັ່ງຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງກໍຍັງບໍ່ເຊົາໂກດຮ້າຍ ແຕ່ຍັງຈະຢຽດມືອອກເພື່ອລົງໂທດພວກເຂົາຕໍ່ໄປ.
ຂ້ານ້ອຍໄດ້ຍິນຫລາຍໆຄົນຊີ່ມໃສ່ກັນວ່າ, “ຄວາມຕົກໃຈຢ້ານກົວມີຢູ່ທົ່ວທຸກແຫ່ງ ຈົ່ງຮີບລາຍງານສະພາບການໃໝ່ໃຫ້ເຈົ້າໜ້າທີ່ຟັງ.” ແມ່ນແຕ່ໝູ່ເພື່ອນຜູ້ໃກ້ຊິດກໍລໍເບິ່ງຂ້ານ້ອຍລົ້ມ. ພວກເຂົາເວົ້າວ່າ, “ບາງທີການທີ່ພວກເຮົາເວົ້າໂຈມຕີລາວ ອາດເຮັດໃຫ້ພວກເຮົາຈັບລາວມາແກ້ແຄ້ນກໍໄດ້.”
ເປັນຫຍັງພະອາປິດທີ່ມີອຳນາດຈຶ່ງລົ້ມລົງ? ພຣະເຈົ້າຢາເວຕີລາວໃຫ້ລົ້ມລົງສາແລ້ວ.’
ແມ່ນແຕ່ຄົນທີ່ຮັບຈ້າງໃຫ້ເປັນທະຫານ ກໍເປັນດັ່ງລູກງົວທີ່ຊ່ວຍຫຍັງບໍ່ໄດ້. ພວກເຂົາບໍ່ໄດ້ຢືນຢູ່ຕັດຊີວິດຕົນໃສ່ເພື່ອສູ້ຮົບ ພວກເຂົາຕ່າງກໍອ່ວາຍໜ້າແລ່ນໜີໄປທັງໝົດ. ວັນຫາຍຍະນະຂອງພວກເຂົາມາຮອດແລ້ວ, ແມ່ນເວລາແຫ່ງການລົງໂທດພວກເຂົາແລ້ວ.
ຈົ່ງຢຶດເອົາຜ້າເຕັນກັບຝູງສັດຂອງພວກເຂົາ ຄືຜ້າກັ້ງຂອງເຕັນ ແລະທຸກສິ່ງທີ່ຢູ່ໃນເຕັນນັ້ນ. ຈົ່ງຢຶດຝູງອູດຂອງພວກເຂົາ ແລະບອກປະຊາຊົນວ່າ, ‘ຄວາມຢ້ານອັນໃຫຍ່ໄດ້ມາອ້ອມຮອບພວກເຈົ້າແລ້ວ.”’
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະນຳຄວາມຢ້ານກົວອັນໃຫຍ່ມາສູ່ພວກເຈົ້າຮອບດ້ານ. ພວກເຈົ້າທັງໝົດຈະແລ່ນປົບໜີໄປ, ແຕ່ລະຄົນຈະແລ່ນເອົາຊີວິດລອດ ແລະຈະບໍ່ມີຜູ້ໃດຈະນຳທະຫານຂອງພວກເຈົ້າທີ່ແຕກໄປນັ້ນ ມາເຕົ້າໂຮມກັນໄດ້ອີກ.
ພວກເຮົາບໍ່ກ້າອອກໄປນອກເມືອງ ຫລືຍ່າງຕາມຖະໜົນຫົນທາງ ເພາະເຫຼົ່າສັດຕູຖືອາວຸດອ້ອມລ້ອມພວກເຮົາຢູ່ ແລະພວກເຮົາກໍຢ້ານກົວພວກເຂົາຫລາຍ.”
ສິ່ງທີ່ເຮົາກະທຳກັບເຈົ້ານັ້ນ ຈະເຮັດໃຫ້ຫລາຍຊົນຊາດສະດຸ້ງຕົກໃຈ. ເມື່ອເຮົາແກວ່ງດາບຂອງເຮົາກວາດໄປມາ ກະສັດທັງຫລາຍຈະຢ້ານກົວຈົນຕົວສັ່ນ. ໃນມື້ທີ່ເຈົ້າລົ້ມລົງນັ້ນ ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານເພາະຫ່ວງຊີວິດຕົນເອງ.
ຈົ່ງໃຫ້ພວກມັນກິນຊາກສົບຂອງບັນດາທະຫານ ແລະດື່ມເລືອດຂອງບັນດາຜູ້ປົກຄອງແຜ່ນດິນໂລກ ຄືທັງໝົດຈະຖືກຂ້າເໝືອນແກະເຖິກ ຫລືລູກແກະ ຫລືແບ້ ຫລືງົວເຖິກໂຕທີ່ຕຸ້ຍພີດີ.
ດັ່ງເຂື່ອນແຕກນໍ້າໄຫລທັ່ງອອກເປັນສາຍທາລາ ປະຊາຊົນກໍຟ້າວຟັ່ງອອກມາແຕ່ນີເນເວ ທັງນັ້ນ ສຽງຮ້ອງດັງອອກມາວ່າ, “ຢຸດ ຢຸດສາກ່ອນ.” ແຕ່ຜູ້ທີ່ປົບໜີໄປບໍ່ມີຜູ້ໃດຫັນຄືນມາຕອບ.
ຈົ່ງປຸ້ນເອົາເງິນເຖີດ ຈົ່ງປຸ້ນເອົາຄຳໄປ ເພາະຊັບສົມບັດກໍມີເຕັມທົ່ວໄປໃນເມືອງນີ້.
ວັນອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ແລ້ວ ຄືຫຍັບເຂົ້າມາໃກ້ທີ່ສຸດ ແລະມາໄວທີ່ສຸດ ໃນວັນຂອງພຣະເຈົ້າຢາເວຈະເປັນວັນທີ່ຂົມຂື່ນ ແມ່ນແຕ່ ບັນດາທະຫານທີ່ເກັ່ງກ້າທີ່ສຸດ ກໍຈະຮ້ອງອອກມາດ້ວຍຄວາມໝົດຫວັງ.