Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:4 - ພຣະຄຳພີສັກສິ

4 ມັດ​ອານ​ໃສ່​ຫລັງ​ມ້າ​ແລະ​ກະໂດດ​ຂຶ້ນ​ຂີ່​ໄປ ເຂົ້າ​ປະຈຳ​ທີ່​ທັງ​ສຸບ​ໝວກເຫລັກ​ໃສ່​ຫົວ​ພວກເຈົ້າ ຝົນ​ຫອກ​ຂອງ​ພວກເຈົ້າ​ໃຫ້​ແຫລມຄົມ ໃສ່​ເຄື່ອງ​ຫຸ້ມເກາະ​ປ້ອງກັນ​ຕົວ​ໃຫ້​ດີ​ໄວ້.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:4
11 Jak'a apnaqawi uñst'ayäwi  

ອຸດຊີຢາ​ປະກອບ​ອາວຸດ​ໃຫ້​ທະຫານ​ດ້ວຍ​ໂລ້, ຫອກ, ໝວກເຫລັກ, ເສື້ອເຫລັກ, ໜ້າ​ກັບ​ລູກທະນູ, ກ້ອນຫີນ​ແລະ​ກະຖຸນ.


ຕັ້ງແຕ່​ນັ້ນ​ມາ ປະຊາຊົນ​ຂອງ​ຂ້າພະເຈົ້າ​ເຄິ່ງ​ໜຶ່ງ​ກໍ​ພາກັນ​ເຮັດ​ວຽກ ແລະ​ອີກ​ເຄິ່ງ​ໜຶ່ງ​ພາກັນ​ຢືນ​ຍາມ​ໂດຍ​ໃສ່​ເຄື່ອງນຸ່ງ​ຫຸ້ມເກາະ ແລະ​ມີ​ອາວຸດ​ຄົບມື​ດ້ວຍ ເຊັ່ນ: ຫອກ, ໂລ້ ແລະ​ໜ້າທະນູ;


ຊົນຊາດ​ຂີ້ຢ້ານ​ທັງຫລາຍ​ເອີຍ ຈົ່ງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເທີ້ນ. ຕຽມພ້ອມ​ສູ້ຮົບ​ແຕ່​ພັດ​ຢ້ານກົວ ແມ່ນແລ້ວ​ຕຽມພ້ອມ​ແຕ່​ພັດ​ຢ້ານກົວ


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ຢ່າ​ປ່ອຍ​ໃຫ້​ພວກ​ທະຫານ​ໃນ​ເມືອງ​ມີ​ເວລາ​ຍິງ​ລູກທະນູ ຫລື​ສຸບ​ເຄື່ອງ​ເຫຼັກ​ຂອງ​ພວກເຂົາ. ຢ່າ​ໄວ້​ຊີວິດ​ພວກ​ຊາຍໜຸ່ມ​ເລີຍ ຈົ່ງ​ທຳລາຍ​ໝົດ​ກອງທັບ​ສາ


“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.


ຈົ່ງ​ປະກາດ​ຂໍ້ຄວາມ​ນີ້​ໃຫ້​ນາໆຊາດ​ຮູ້ຈັກ​ວ່າ, ‘ຈົ່ງ​ຈັດຕຽມ​ລົງມື​ເຮັດ​ເສິກ​ເຖີດ ຈົ່ງ​ລະດົມ​ພົນ​ໄວ້​ໃຫ້​ມີ​ພຽງພໍ ຈົ່ງ​ລວບລວມ​ທະຫານ​ແລະ​ຍົກທັບ​ອອກ​ໄປ​ເຖີດ


ກະສັດ​ໂຊນ​ໄດ້​ເອົາ​ເຄື່ອງຮົບ​ຂອງ​ເພິ່ນ​ໃຫ້​ດາວິດ​ສວມ​ໃສ່ ເຊັ່ນວ່າ: ໝວກ​ເປັນ​ທອງສຳຣິດ ຊຶ່ງ​ເພິ່ນ​ສຸບໃສ່​ຫົວ​ຂອງ​ດາວິດ ແລະ​ເອົາ​ເສື້ອ​ຫຸ້ມເກາະ​ໃຫ້​ລາວ​ນຸ່ງ.


ລາວ​ໃສ່​ໝວກ​ທອງສຳຣິດ​ກັບ​ນຸ່ງ​ເສື້ອ​ຫຸ້ມເກາະ​ທອງສຳຣິດ​ໜັກ​ປະມານ​ຫ້າສິບເຈັດ​ກິໂລກຼາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka