ເຢເຣມີຢາ 46:28 - ພຣະຄຳພີສັກສິ28 ພຣະເຈົ້າຢາເວໄດ້ກ່າວວ່າ, “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະທຳລາຍຊົນຊາດທັງຫລາຍໃຫ້ດັບກ້ຽງ ຄືບ່ອນທີ່ເຮົາໄດ້ກະຈັດກະຈາຍພວກເຈົ້າໄປຢູ່ອາໄສ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າທັງໝົດດອກ. ເຮົາຈະປ່ອຍໃຫ້ພວກເຈົ້າໄປລ້າໆກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກຳທີ່ພວກເຈົ້າໄດ້ກະທຳນັ້ນ. ແຕ່ເມື່ອລົງໂທດພວກເຈົ້າ ເຮົາຈະເຮັດຢ່າງຍຸດຕິທຳ.” Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.