ເຢເຣມີຢາ 46:27 - ພຣະຄຳພີສັກສິ27 “ປະຊາຊົນຂອງເຮົາເອີຍ ຢ່າຢ້ານກົວເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າຕົກໃຈຢ້ານເທາະ ເຮົາຈະຊ່ວຍເອົາພວກເຈົ້າຈາກດິນແດນທີ່ຫ່າງໄກ ຈາກດິນແດນທີ່ພວກເຈົ້າຕົກເປັນຊະເລີຍນັ້ນ. ພວກເຈົ້າຈະກັບມາສູ່ບ້ານ ແລະຢູ່ຢ່າງສັນຕິສຸກ ຈະຢູ່ຢ່າງປອດໄພ ແລະບໍ່ມີຜູ້ໃດເຮັດໃຫ້ຢ້ານອີກ.” Uka jalj uñjjattʼäta |
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’