24 ປະຊາຊົນເອຢິບຕ່າງກໍກົ້ມໜ້າລົງ ເພາະຕ່າງກໍໄດ້ຖືກອັບອາຍຂາຍໜ້າ; ພວກເຂົາໄດ້ພ່າຍແພ້ປະຊາຊົນທາງທິດເໜືອ.”
ລູກສາວຂອງບາບີໂລນເອີຍ ເຈົ້າກໍຈະຖືກທຳລາຍເໝືອນກັນ ຄວາມສຸກເປັນຂອງຜູ້ທີ່ຕອບສະໜອງເຈົ້າຄືນ ໃນສິ່ງທີ່ເຈົ້າໄດ້ເຮັດແກ່ພວກເຮົານັ້ນ
ເພາະເຮົາກຳລັງເອີ້ນເອົາທຸກຊົນຊາດທາງທິດເໜືອໃຫ້ມາ. ພຣະເຈົ້າຢາເວກ່າວວ່າ ບັນດາກະສັດຂອງພວກເຂົາຈະຕັ້ງບັນລັງຂຶ້ນທີ່ປະຕູຂອງນະຄອນເຢຣູຊາເລັມ ແລະ ອ້ອມກຳແພງເມືອງ ຕະຫລອດທັງອ້ອມເມືອງອື່ນໆຂອງຢູດາຍດ້ວຍ.
ຈົ່ງໄປທີ່ກີເລອາດ ປະຊາຊົນເອຢິບເອີຍ ຈົ່ງໄປຊອກຫາຫວ້ານຢາກັນເຖີດ ຫວ້ານຢາຂອງພວກເຈົ້າໃຊ້ການບໍ່ໄດ້ເລີຍ ເພາະປິ່ນປົວພວກເຈົ້າໃຫ້ດີບໍ່ໄດ້.
ພຣະເຈົ້າຢາເວກ່າວວ່າ, “ເບິ່ງແມ! ນໍ້າກຳລັງນອງຢູ່ທາງທິດເໜືອ ແລະຈະໄຫລແຮງດັ່ງນໍ້າຫ້ວຍຖ້ວມລົ້ນຕາຝັ່ງ. ນໍ້ານັ້ນຈະຖ້ວມທຸກໆສິ່ງທົ່ວທັງດິນແດນ ລວມທັງເມືອງກັບປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນຈະໂຮຮ້ອງຂໍໃຫ້ຊ່ວຍເຫລືອ ທຸກຄົນໃນແຜ່ນດິນຈະຮ້ອງໄຫ້ຢ່າງຂົມຂື່ນ.