23 ແລະກຳລັງທຳລາຍປ່າອັນຕຶບໜາ ພຣະເຈົ້າຢາເວກ່າວວ່າ, ພວກເຂົາມີຫລາຍກາຍນັບດັ່ງຝູງຕັກແຕນເຕັ້ນ.
ປ່າໄມ້ ແລະທົ່ງໄຮ່ທົ່ງນາອັນອຸດົມສົມບູນຕ່າງໆພຣະເຈົ້າຢາເວຈະທຳລາຍກ້ຽງ ເໝືອນດັ່ງພະຍາດອັນຮ້າຍກາດໄດ້ທຳລາຍມະນຸດ.
ແຕ່ເຮົາຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະໄຟຈະໄໝ້ເຜົາຜານທຸກສິ່ງທີ່ຢູ່ອ້ອມນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ເອຢິບແລ່ນໜີສຽງດັງຊິດໆດັ່ງງູລິເລືອໄປ ເມື່ອກອງທັບສັດຕູຫຍັບເຂົ້າມາໃກ້. ພວກເຂົາໂຈມຕີມັນດ້ວຍໃຊ້ຂວານສັບ ດັ່ງຄົນກຳລັງໃຊ້ຂວານປໍ້າຕົ້ນໄມ້
“ມະນຸດເອີຍ ເບິ່ງໄປທາງໃຕ້ພຸ້ນແມ.
ຜົນລະປູກທີ່ພວກເຈົ້າເສຍໃນປີທີ່ຝູງຕັກແຕນກິນ ເຮົາຈະທົດແທນໃຫ້ຄືນສິ່ງທີ່ໄດ້ເສຍໄປນັ້ນ. ແມ່ນເຮົາເອງທີ່ໄດ້ສົ່ງກອງທັບຕັກແຕນນີ້ມາ ເພື່ອວ່າໃຫ້ມັນໄດ້ຕໍ່ສູ້ພວກເຈົ້າ.
ພວກນີ້ໄດ້ບຸກເຂົ້າມາຢ່າງໜາແໜ້ນດັ່ງຝູງຕັກແຕນ ຝູງສັດແລະຜ້າເຕັນພ້ອມທັງຄົນກັບອູດຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້. ພວກເຂົາໄດ້ເຂົ້າມາທຳລາຍດິນແດນ
ຝ່າຍຊາວມີດີອານ, ຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍຢາຍກັນຢູ່ຕາມຮ່ອມພູເໝືອນດັ່ງຝູງຕັກແຕນ. ພວກເຂົາມີຝູງອູດຢ່າງຫລວງຫລາຍ ຄ້າຍກັບເມັດດິນຊາຍຕາມແຄມຝັ່ງທະເລ.