Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:21 - ພຣະຄຳພີສັກສິ

21 ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:21
25 Jak'a apnaqawi uñst'ayäwi  

ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.


ແຕ່​ພຣະເຈົ້າຢາເວ​ຫົວຂວັນ​ໃສ່​ຄົນຊົ່ວຮ້າຍ​ທັງຫລາຍ ເພາະ​ພຣະອົງ​ຮູ້ວ່າ​ໃນ​ບໍ່ດົນ​ພວກເຂົາ​ຈະ​ຖືກ​ທຳລາຍ.


ກິນ​ຜັກ​ເປັນ​ອາຫານ​ກັບ​ຄົນ​ທີ່​ຕົນ​ຮັກ ກໍ​ດີກວ່າ​ກິນ​ຊີ້ນ​ໃນ​ທີ່​ມີ​ຄວາມ​ກຽດຊັງ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ປະຊາຊົນ​ຈະ​ລົ້ມຕາຍ​ດັ່ງ​ງົວປ່າ ແລະ​ງົວເຖິກໜຸ່ມ ແລະ​ແຜ່ນດິນ​ຈະ​ນອງ​ໄປ​ດ້ວຍ​ເລືອດ ແລະ​ເຕັມ​ໄປ​ດ້ວຍ​ໄຂມັນ.


ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຮົາ​ໄປ ຕໍ່ໜ້າ​ເຫຼົ່າ​ສັດຕູ​ດັ່ງ​ລົມ​ຕາເວັນອອກ​ພັດ. ເຮົາ​ຈະ​ຫັນຫລັງ​ໃຫ້​ແກ່​ພວກເຂົາ​ທຸກໆເຜົ່າ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຂົາ ເມື່ອ​ໄພພິບັດ​ມາ​ເຖິງ.”


ເອຢິບ​ແລ່ນ​ໜີ​ສຽງດັງ​ຊິດໆ​ດັ່ງ​ງູ​ລິເລືອໄປ ເມື່ອ​ກອງທັບ​ສັດຕູ​ຫຍັບ​ເຂົ້າ​ມາ​ໃກ້. ພວກເຂົາ​ໂຈມຕີ​ມັນ​ດ້ວຍ​ໃຊ້​ຂວານ​ສັບ ດັ່ງ​ຄົນ​ກຳລັງ​ໃຊ້​ຂວານ​ປໍ້າ​ຕົ້ນໄມ້


ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.


ຈົ່ງ​ສັ່ງ​ຝູງມ້າ​ໃຫ້​ແລ່ນ​ແກ່​ລົດຮົບ​ອອກ​ມາ ຈົ່ງ​ໃຫ້​ພວກ​ທະຫານ​ຖື​ໂລ້​ຍ່າງ​ອອກ​ມາ​ພ້ອມ ຄື​ພວກ​ທີ່​ມາ​ແຕ່​ປະເທດ​ເອທີໂອເປຍ​ແລະ​ປະເທດ​ລີເບຍ ນັກຍິງ​ໜ້າທະນູ​ທີ່​ຊຳນານ​ຈາກ​ປະເທດ​ລີເດຍ​ດ້ວຍ.”’


ຜູ້ໃດ​ກໍຕາມ​ທີ່​ພະຍາຍາມ​ປົບໜີ​ຈາກ​ການ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ຈະ​ຕົກລົງ​ໃນ​ຫລຸມ ແລະ​ຜູ້ໃດ​ກໍຕາມ​ທີ່​ປິນ​ຂຶ້ນ​ຈາກ​ຫລຸມ​ໄດ້​ກໍ​ຈະ​ຖືກ​ບ້ວງແຮ້ວ, ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຈັດ​ເວລາ​ໄວ້​ສຳລັບ​ໂມອາບ​ໃຫ້​ຖືກ​ທຳລາຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ແຫ່ງ​ບາບີໂລນ​ເອີຍ ພວກເຈົ້າ​ໄດ້​ປຸ້ນສະດົມ​ຊົນຊາດ​ຂອງເຮົາ. ພວກເຈົ້າ​ມີ​ຄວາມສຸກ ແລະ​ມ່ວນຊື່ນ​ເບີກບານ ດັ່ງ​ງົວແມ່​ທີ່​ກຳລັງ​ຢຽບ​ເຂົ້າ​ຫລື​ດັ່ງ​ມ້າ​ທີ່​ກຳລັງ​ຮ້ອງ


ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (


ບັດນີ້ ຕໍ່ໄປ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຮົາ​ເປັນ​ສັດຕູ​ຂອງ​ກະສັດ​ແຫ່ງ​ເອຢິບ. ເຮົາ​ກຳລັງ​ຈະ​ຫັກ​ແຂນ​ທັງສອງ​ຂອງ​ລາວ ຄື​ແຂນ​ທີ່​ຍັງ​ດີ​ແລະ​ແຂນ​ທີ່​ໄດ້​ຫັກ​ແລ້ວ​ນັ້ນ​ດ້ວຍ ແລະ​ດາບ​ກໍ​ຈະ​ຕົກລົງ​ຈາກ​ມື​ລາວ.


ເຈົ້າ​ເປັນ​ສັດຕູ​ສະເໝີ​ມາ​ຂອງ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ປະຊາຊົນ​ໃນ​ຊາດ​ນັ້ນ​ຖືກ​ຂ້າ​ໃນ​ຄາວ​ເກີດ​ໄພພິບັດ ຄື​ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ຄັ້ງ​ສຸດທ້າຍ​ເພາະ​ການບາບ​ຂອງ​ພວກເຂົາ.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


ຄວາມ​ທຸກ​ລຳບາກ​ໃຫຍ່ ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ນອນ​ຢຽດຢູ່​ເທິງ​ເກົ້າອີ້​ນວມ​ຢ່າງ​ສຸກ​ສະບາຍ ກິນ​ຊີ້ນ​ງົວໜຸ່ມ ແລະ​ຊີ້ນ​ແກະໜຸ່ມ​ໃນ​ງານກິນລ້ຽງ.


ພວກເຈົ້າ​ບໍ່ຄວນ​ເຂົ້າ​ໄປ​ໃນ​ເມືອງ​ຄົນ​ຂອງເຮົາ ເພື່ອ​ສົມນໍ້າໜ້າ​ຄວາມ​ທົນທຸກ​ຂອງ​ພວກ​ເຂົາເຈົ້າ ແລະ​ພາກັນ​ຢຶດເອົາ​ຄວາມຮັ່ງມີ​ຂອງ​ພວກເຂົາ​ໄປ ໃນ​ມື້​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ພິນາດ.


ແມ່ນແຕ່​ຄົນດີ​ແລະ​ຄົນ​ສຸດຈະຣິດ​ກວ່າໝູ່​ໃນ​ພວກເຂົາ ກໍ​ເປັນ​ດັ່ງ​ກໍ​ໜາມ. ວັນ​ແຫ່ງ​ການລົງໂທດ​ຂອງ​ພວກເຈົ້າ​ມາເຖິງ​ແລ້ວ ຊຶ່ງ​ປະກາດ​ໂດຍ​ຜູ້ເຝົ້າຍາມ​ຄື​ຜູ້ທຳນວາຍ. ບັດນີ້ ພວກເຂົາ​ກຳລັງ​ສັບສົນ​ວຸ້ນວາຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ພວກ​ອື່ນ​ອີກ​ອອກ​ໄປ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ພວກ​ທີ່​ຖືກ​ເຊີນ​ວ່າ ບັດນີ້ ງານກິນລ້ຽງ​ຂອງເຮົາ​ກໍ​ຈັດຕຽມ​ໄວ້​ພ້ອມ​ແລ້ວ ງົວເຖິກ​ແລະ​ສັດ​ທີ່​ຕຸ້ຍພີ​ດີ​ງາມ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ​ທຸກສິ່ງ​ກໍ​ຕຽມ​ໄວ້​ພ້ອມ​ແລ້ວ, ຈົ່ງ​ມາ​ຮ່ວມ​ງານ​ສົມຣົດ​ນີ້​ເຖີດ’,


ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka