Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:20 - ພຣະຄຳພີສັກສິ

20 ເອຢິບ​ເປັນ​ດັ່ງ​ງົວແມ່​ໂຕໜຶ່ງ​ທີ່​ສະຫງ່າງາມ ທີ່​ຖືກ​ແມງວັນ​ມີໄລ​ຈາກ​ທິດເໜືອ​ກັດ​ຕອດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:20
8 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ການ​ທຳລາຍ​ຈະ​ຟົດເດືອດ​ຂຶ້ນ​ຈາກ​ທິດເໜືອ​ມາ​ສູ່​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ປະຊາຊົນ​ເອຢິບ​ຕ່າງ​ກໍ​ກົ້ມ​ໜ້າ​ລົງ ເພາະ​ຕ່າງ​ກໍໄດ້​ຖືກ​ອັບອາຍ​ຂາຍໜ້າ; ພວກເຂົາ​ໄດ້​ພ່າຍແພ້​ປະຊາຊົນ​ທາງ​ທິດເໜືອ.”


ຄົນ​ແລ່ນ​ໄວ​ສຸດຂີດ​ກໍ​ໜີໄປ​ບໍ່ໄດ້​ເລີຍ ທະຫານ​ທັງໝົດ​ປົບໜີ​ເອົາ​ຕົວລອດ​ບໍ່ໄດ້. ຢູ່​ທາງ​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ແຫ່ງ​ບາບີໂລນ​ເອີຍ ພວກເຈົ້າ​ໄດ້​ປຸ້ນສະດົມ​ຊົນຊາດ​ຂອງເຮົາ. ພວກເຈົ້າ​ມີ​ຄວາມສຸກ ແລະ​ມ່ວນຊື່ນ​ເບີກບານ ດັ່ງ​ງົວແມ່​ທີ່​ກຳລັງ​ຢຽບ​ເຂົ້າ​ຫລື​ດັ່ງ​ມ້າ​ທີ່​ກຳລັງ​ຮ້ອງ


ຄັ້ງໜຶ່ງ ຊາດ​ອິດສະຣາເອນ​ເປັນ​ດັ່ງ​ງົວ​ນ້ອຍ​ທີ່​ໄດ້​ຮັບ​ການ​ຝຶກແອບ​ດີແລ້ວ ພ້ອມ​ທີ່​ຈະ​ຢຽບ​ເຂົ້າ​ດ້ວຍ​ຄວາມ​ເຕັມໃຈ. ແຕ່​ເຮົາ​ໄດ້​ຕັດສິນໃຈ​ໃສ່​ແອກ ທີ່​ຄໍ​ອັນ​ສວຍງາມ​ຂອງມັນ ເພື່ອ​ໃຫ້​ມັນ​ເຮັດ​ວຽກ​ໜັກໜ່ວງ​ກວ່າເກົ່າ. ເຮົາ​ເຮັດ​ໃຫ້​ຢູດາ​ແກ່​ໄຖ ແລະ​ເຮັດ​ໃຫ້​ອິດສະຣາເອນ​ແກ່​ຄາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka