19 ຈົ່ງຕຽມຕົວສາເຖີດ ປະຊາຊົນເອຢິບເອີຍ ຈົ່ງຕຽມຕົວໃຫ້ພວກເຂົາຈັບໄປເປັນຊະເລີຍສາເຖີດ ມຳຟິດຈະກາຍເປັນຖິ່ນແຫ້ງແລ້ງກັນດານ ບ່ອນຮົກຮ້າງເພພັງທີ່ບໍ່ມີຜູ້ໃດອາໄສຢູ່.
ບັນດາຜູ້ນຳຂອງເມືອງໂຊອານ ແລະເມືອງມຳຟິດໂງ່ຫລາຍ. ພວກເຂົາຖືຕົນວ່າເປັນຜູ້ນຳຂອງຊາດ ແຕ່ພັດໄດ້ນຳຊາດໄປໃນທາງຜິດ.
ກະສັດແຫ່ງອັດຊີເຣຍຈະນຳຊະເລີຍເສິກ ພວກທີ່ເພິ່ນໄດ້ຈັບຈາກສອງຕົວເມືອງໃຫ້ຍ່າງເປືອຍຕົວໄປ ບໍ່ວ່າໜຸ່ມຫລືແກ່ ຕ່າງກໍຈະຍ່າງຕີນເປົ່າແລະເປືອຍຕົວ ແລະເປີດກົ້ນຍ່າງໄປ ອັນຈະນຳຄວາມອັບອາຍມາສູ່ປະເທດເອຢິບ.
ເປັນຫຍັງເຈົ້າຈຶ່ງໄດ້ເວົ້າໃນນາມຂອງພຣະເຈົ້າຢາເວວ່າ ວິຫານຂອງພຣະເຈົ້າຢາເວນີ້ຈະກາຍເປັນດັ່ງເມືອງຊີໂລ ແລະກ່າວວ່ານະຄອນນີ້ຈະຖືກທຳລາຍ ແລະບໍ່ມີຜູ້ໃດຢູ່ອາໄສ?” ແລ້ວປະຊາຊົນກໍພາກັນລ້ອມຂ້າພະເຈົ້າໄວ້.
ພຣະເຈົ້າຢາເວກ່າວວ່າ, ເຮົາຈະສັ່ງພວກເຂົາ ແລະພວກເຂົາຈະກັບຄືນມາເມືອງນີ້ໂລດ. ພວກເຂົາຈະໂຈມຕີເມືອງທັງຢຶດ ແລະຈູດເມືອງຖິ້ມ. ເຮົາຈະເຮັດໃຫ້ເມືອງຂອງຢູດາຍເປັນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ດັ່ງຖິ່ນແຫ້ງແລ້ງກັນດານ.”
ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບຊາວອິດສະຣາເອນທັງໝົດ ທີ່ກຳລັງອາໄສຢູ່ໃນປະເທດເອຢິບ ຄືໃນເມືອງມິກໂດນ, ຕາປັນເຮັດ, ມຳຟິດ ແລະໃນທາງພາກໃຕ້ຂອງປະເທດ.
“ຈົ່ງປະກາດຂ່າວນີ້ໃນເມືອງຂອງເອຢິບ ໃນມິກໂດນ, ມຳຟິດ ແລະຕາປັນເຮັດວ່າ, ‘ຈົ່ງຕຽມພ້ອມເພື່ອປ້ອງກັນພວກເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມກຳຈັດໃຫ້ພິນາດ
ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ.
ບໍ່ມີຄົນຫລືສັດໃດໆເລີຍຈະຍ່າງຜ່ານເຂດນັ້ນ. ຕະຫລອດສີ່ສິບປີຈະບໍ່ມີຫຍັງອາໄສຢູ່ໃນທີ່ນັ້ນ.
ເຮົາຈະເຮັດໃຫ້ເອຢິບເປັນປະເທດທີ່ຮ້າງເປົ່າທີ່ສຸດຢູ່ໃນໂລກ. ຕະຫລອດສີ່ສິບປີເມືອງຕ່າງໆຂອງເອຢິບຈະຖືກປະປ່ອຍໃຫ້ຮົກຮ້າງເພພັງຄືເພພັງຫລາຍທີ່ສຸດກວ່າເມືອງອື່ນໆ. ເຮົາຈະເຮັດໃຫ້ຊາວເອຢິບເປັນອົບພະຍົບ. ພວກເຂົາຈະໜີໄປຢູ່ທຸກໆປະເທດ ແລະອາໄສຢູ່ທ່າມກາງປະຊາຊົນຊາດອື່ນໆ.’
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ເຮົາຈະທຳລາຍບັນດາຮູບເຄົາຣົບ ແລະພຣະປອມທັງຫລາຍທີ່ເມືອງມຳຟິດ ບໍ່ມີຜູ້ໃດຈະຂຶ້ນປົກຄອງເອຢິບ ແລະເຮົາຈະເຮັດໃຫ້ປະຊາຊົນທັງໝົດສະທ້ານຢ້ານກົວ.
ເມື່ອໄພພິບັດມາເຖິງ ແລະປະຊາຊົນຖືກກະຈັດກະຈາຍໄປ ຊາວເອຢິບຈະທ້ອນໂຮມເອົາພວກເຂົາ ຄືໂຮມເອົາໄປຝັງໄວ້ຢູ່ໃນເມືອງມຳຟິດ ຊັບສົມບັດທີ່ເປັນເຄື່ອງເງິນ ແລະບ່ອນທີ່ຕັ້ງບ້ານເຮືອນຂອງພວກເຂົາ ກໍຈະມີຫຍ້າແລະພຸ່ມໜາມເກີດຂຶ້ນ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊາວເກເຣັດເອີຍ ຄືປະຊາຊົນທີ່ຢູ່ຕາມແຄມຝັ່ງທະເລ. ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວໂທດພວກເຈົ້າ ໂອ ການາອານດິນແດນແຫ່ງຊາວຟີລິດສະຕິນເອີຍ ພຣະອົງຈະທຳລາຍພວກເຈົ້າ ແລະຈະບໍ່ມີຜູ້ໃດໃນພວກເຈົ້າລອດຊີວິດ.