Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:18 - ພຣະຄຳພີສັກສິ

18 ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:18
20 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.


ພຣະຜູ້ໄຖ່​ຂອງ​ພວກເຮົາ​ມີ​ນາມຊື່​ວ່າ​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຈົ່ງ​ເບິ່ງ​ພຸ້ນ​ດຸ ສັດຕູ​ກຳລັງ​ມາ​ດັ່ງ​ກ້ອນເມກ. ລົດຮົບ​ຂອງ​ພວກເຂົາ​ແລ່ນ​ມາ​ດັ່ງ​ລົມ​ບ້າໝູ ແລະ​ມ້າ​ຂອງ​ພວກເຂົາ​ກໍ​ແລ່ນ​ໄວ​ດັ່ງ​ນົກອິນຊີ. ພວກເຮົາ​ໄດ້​ເສຍໄຊ ຄາວ​ເຄາະກຳ​ມາເຖິງ​ສາ​ແລ້ວ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ແຕ່​ບັດນີ້ ຊາວ​ຢູດາ​ທັງຫລາຍ​ທີ່​ຢູ່​ປະເທດ​ເອຢິບ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວເຖີດ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ໄດ້​ສາບານ​ດ້ວຍ​ນາມຊື່​ອັນ​ຍິ່ງໃຫຍ່​ຂອງເຮົາ​ຕໍ່​ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ຢູ່​ໃນ​ປະເທດ​ເອຢິບ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຄົນໃດ​ຄົນໜຶ່ງ​ເອີ່ຍ​ຊື່​ຂອງເຮົາ​ເດັດຂາດ​ໂດຍ​ບະບົນ​ວ່າ “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ໂມອາບ​ແລະ​ເມືອງ​ໄດ້​ຖືກ​ທຳລາຍ​ຈົນ​ໝົດ ຊາຍໜຸ່ມ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍ​ຖືກ​ຂ້າ​ຖິ້ມ.” ອົງ​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ທັງ​ເປັນ​ກະສັດ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ແນມ​ເບິ່ງ​ສິ່ງ​ນີ້ ຄົນ​ຄື​ວ່າ​ໂງ່​ແລະ​ບໍ່​ເຂົ້າໃຈ ພວກ​ທີ່​ເຮັດ​ຮູບເຄົາຣົບ​ກໍ​ເປັນ​ຄົນ​ງົມງາຍ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ເຮັດ​ຂຶ້ນ​ມາ​ທັງໝົດ ກໍ​ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ໄຮ້​ຊີວິດ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພຣະອົງ​ໄດ້​ສ້າງ​ໜ່ວຍ​ພູ​ທັງຫລາຍ ແລະ​ໄດ້​ບັນດານ​ໃຫ້​ລົມ​ພັດ​ມາ​ດ້ວຍ. ພຣະອົງ​ໄດ້​ໃຫ້​ມະນຸດ​ຮູ້​ຄວາມຄິດ​ຂອງ​ພຣະອົງ ພຣະອົງ​ປ່ຽນແປງ​ກາງເວັນ​ໃຫ້​ເປັນ​ກາງຄືນ​ໄດ້. ພຣະອົງ​ດຳເນີນການ​ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ພຣະນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ຫລື​ໂດຍ​ອ້າງ​ເຖິງ​ແຜ່ນດິນ​ໂລກ ເພາະ​ແຜ່ນດິນ​ໂລກ​ແມ່ນ​ບ່ອນ​ຮອງ​ຕີນ​ຂອງ​ພຣະອົງ ຫລື​ໂດຍ​ອ້າງ​ເຖິງ​ນະຄອນ​ເຢຣູຊາເລັມ ເພາະ​ນະຄອນ​ເຢຣູຊາເລັມ​ແມ່ນ​ນະຄອນ​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.


ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.


ກະສັດ​ຂອງ​ເກເດັດ, ກະສັດ​ຂອງ​ໂຢກເນອາມ (ທີ່​ກາເມນ),


ຊາຍແດນ​ນີ້​ຕິດ​ກັບ​ຕາໂບ, ຊາຮາຊູມາ ແລະ​ເບັດເຊເມດ ແລະ​ໄປ​ສຸດ​ທີ່​ແມ່ນໍ້າ​ຈໍແດນ. ລວມ​ທັງໝົດ​ຊາຍແດນ​ນີ້​ໄດ້​ຮວມ​ເອົາ 16 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ເມື່ອ​ສີເສຣາ​ຮູ້​ວ່າ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ໄປ​ເຖິງ​ພູເຂົາ​ຕາໂບ​ແລ້ວ;


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka