Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:17 - ພຣະຄຳພີສັກສິ

17 ຈົ່ງ​ໃສ່​ຊື່​ໃໝ່​ໃຫ້​ກະສັດ​ແຫ່ງ​ເອຢິບ​ສາ​ວ່າ, ‘ຄົນ​ເວົ້າ​ຂີ້ສະຫາວ ໃຊ້​ການ​ຫຍັງ​ບໍ່ໄດ້.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:17
11 Jak'a apnaqawi uñst'ayäwi  

ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ກະສັດ​ອາຮາບ​ຕອບ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ເບັນຮາດາດ​ວ່າ, ທະຫານ​ທີ່​ເກັ່ງກ້າ​ແທ້​ນັ້ນ​ອວດອ້າງ​ຫລັງຈາກ​ແລ້ວເສິກ ບໍ່ແມ່ນ​ອວດອ້າງ​ກ່ອນ​ເຮັດ​ເສິກ.”


ເພິ່ນ​ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ຈັບ​ພວກເຂົາ​ທັງ​ເປັນ ບໍ່​ວ່າ​ພວກເຂົາ​ມາ​ສູ້ຮົບ ຫລື​ມາ​ເຈລະຈາ​ສັນຕິພາບ​ກໍຕາມ.”


ເມື່ອ​ພຣະອົງ​ຫາຍໃຈ ພຽງ​ຄັ້ງ​ດຽວ​ເທົ່ານັ້ນ ຊາວ​ເອຢິບ​ກໍ​ຈົມ​ລົງ​ສູ່​ທ້ອງ​ທະເລ​ທັງ​ດີ້ນ. ພວກເຂົາ​ຈົມ​ລົງ​ດິ່ງໆ​ເໝືອນ​ດັ່ງ​ກ້ອນ​ຂີ້ກົ່ວ ຕົນຕົວ​ຈົມ​ລົງ​ສູ່​ພື້ນ​ທະເລ​ກວ້າງ​ຄຶກຄະນອງ.


ສັດຕູ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕາມລ່າ​ຈັບ​ກຸມ​ເອົາ​ພວກເຂົາ ຂ້ອຍ​ຈະ​ແບ່ງປັນ​ຊັບສິນ​ຂອງ​ພວກເຂົາ​ໃຫ້​ໄດ້; ແລະ​ຢຶດເອົາ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ທັງໝົດ​ໄປ ຂ້ອຍ​ຈະ​ຊັກ​ດາບ​ແລະ​ຢຶດ​ສິ່ງ​ຂອງ​ທີ່​ພວກເຂົາ​ມີ​ນັ້ນ.’


ທຸກສິ່ງ​ທີ່​ເກີດຂຶ້ນ​ຢູ່​ໃນ​ໂລກນີ້ ເປັນ​ໄປ​ຕາມ​ລະດູການ ແລະ​ເວລາ​ທີ່​ພຣະເຈົ້າ​ກຳນົດ​ໄວ້.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ຕົ້ນໄມ້​ນັ້ນ​ແມ່ນ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ. ບໍ່ມີ​ຕົ້ນໄມ້​ກົກໃດ​ໃນ​ສວນ​ເອເດນ​ຈະ​ສູງ ແລະ​ປະທັບ​ໃຈ​ເທົ່າກັບ​ມັນ. ແຕ່​ບັດນີ້ ມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ດັ່ງ​ຕົ້ນໄມ້​ຕ່າງໆ​ໃນ​ສວນ​ເອເດນ​ຮ່ວມ​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນັ້ນແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka