Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 46:15 - ພຣະຄຳພີສັກສິ

15 ເປັນຫຍັງ​ພະ​ອາປິດ​ທີ່​ມີ​ອຳນາດ​ຈຶ່ງ​ລົ້ມລົງ? ພຣະເຈົ້າຢາເວ​ຕີ​ລາວ​ໃຫ້​ລົ້ມລົງ​ສາ​ແລ້ວ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 46:15
12 Jak'a apnaqawi uñst'ayäwi  

ພຣະອົງ​ຍິງ​ລູກທະນູ​ໃສ່​ສັດຕູ​ແຕກ​ຊະຊາຍ​ໄປ ໄລ່​ພວກເຂົາ​ປົບໜີ​ໂດຍ​ແສງຟ້າ​ແມບເຫລື້ອມ.


ພຣະອົງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ເພື່ອ​ສູ້ຮົບ ແລະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ຂາບລົງ​ຕໍ່ໜ້າ​ຂ້ານ້ອຍ.


ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.


ພຣະເຈົ້າ​ລຸກ​ຂຶ້ນ​ແລະ​ຕີ​ສັດຕູ​ແຕກ​ກະຈັດ​ກະຈາຍ ພວກ​ທີ່​ກຽດຊັງ​ພຣະອົງ​ກໍ​ປົບໜີ​ຢ່າງ​ພ່າຍແພ້.


ພຣະອົງ​ໄລ່​ພວກເຂົາ​ໜີໄປ​ດັ່ງ​ຄວັນໄຟ​ຖືກ​ລົມ​ພັດ​ພ່າຍ ເໝືອນ​ຂີ້ເຜິ້ງ​ທີ່​ເປື່ອຍ​ໃນ​ໄຟ ຄົນຊົ່ວ​ກໍ​ຕາຍ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ໂມເຊ​ວ່າ, “ບັດນີ້ ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ຕໍ່​ກະສັດ​ຟາໂຣ. ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ. ຕາມ​ຄວາມຈິງ​ແລ້ວ ເຮົາ​ຈະ​ໃຊ້​ຣິດອຳນາດ​ບັງຄັບ​ລາວ ໃຫ້​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຂອງ​ລາວ.”


ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.


ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ທັງໝົດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ແລະ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ອື່ນ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka