ເຢເຣມີຢາ 46:14 - ພຣະຄຳພີສັກສິ14 “ຈົ່ງປະກາດຂ່າວນີ້ໃນເມືອງຂອງເອຢິບ ໃນມິກໂດນ, ມຳຟິດ ແລະຕາປັນເຮັດວ່າ, ‘ຈົ່ງຕຽມພ້ອມເພື່ອປ້ອງກັນພວກເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມກຳຈັດໃຫ້ພິນາດ Uka jalj uñjjattʼäta |
ນີ້ຄືວັນຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ວັນນີ້ຄືວັນທີ່ພຣະອົງຈະແກ້ແຄ້ນຄືນສາແລ້ວ ວັນນີ້ພຣະອົງຈະລົງໂທດເຫຼົ່າສັດຕູຂອງພຣະອົງ ດາບຂອງພຣະອົງຈະກິນພວກເຂົາໃຫ້ຈົນອີ່ມ ແລະດື່ມເລືອດພວກເຂົາໃຫ້ອີ່ມໜຳສຳລານ ວັນນີ້ຄືການຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຄືຖວາຍເຫຍື່ອໃຫ້ເປັນເຄື່ອງບູຊາແກ່ພຣະອົງ ຖວາຍຢູ່ທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ.