13 ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນມາໂຈມຕີປະເທດເອຢິບນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ,
ຊົນຊາດທັງໝົດຈະຮັບໃຊ້ລາວ ແລະພວກເຂົາຈະຮັບໃຊ້ລູກຫລານຂອງລາວດ້ວຍ ຈົນກວ່າເຖິງກຳນົດທີ່ຊົນຊາດຂອງລາວເອງຫຼົ້ມຈົມໄປ. ແລ້ວຊົນຊາດຂອງລາວກໍຈະຮັບໃຊ້ຊົນຊາດທັງຫລາຍ ທີ່ມີອຳນາດແລະບັນດາກະສັດທີ່ຍິ່ງໃຫຍ່.
ພຣະເຈົ້າຢາເວກ່າວວ່າ, ‘ເຮົາຈະມອບກະສັດຟາໂຣໂຮຟະຣາແຫ່ງເອຢິບ ໃຫ້ແກ່ສັດຕູຜູ້ທີ່ຢາກສັງຫານລາວນັ້ນ ດັ່ງທີ່ເຮົາໄດ້ມອບກະສັດເຊເດກີຢາແຫ່ງຢູດາຍ ໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືສັດຕູຜູ້ທີ່ຢາກສັງຫານລາວ.”’
ເພາະສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງກ່າວຕໍ່ເຈົ້າວ່າ ເຮົາຈະສົ່ງຄົນຖືດາບມາໂຈມຕີເຈົ້າ ແລະພວກເຂົາຈະຂ້າປະຊາຊົນແລະຝູງສັດຂອງເຈົ້າ.