ເຢເຣມີຢາ 46:11 - ພຣະຄຳພີສັກສິ11 ຈົ່ງໄປທີ່ກີເລອາດ ປະຊາຊົນເອຢິບເອີຍ ຈົ່ງໄປຊອກຫາຫວ້ານຢາກັນເຖີດ ຫວ້ານຢາຂອງພວກເຈົ້າໃຊ້ການບໍ່ໄດ້ເລີຍ ເພາະປິ່ນປົວພວກເຈົ້າໃຫ້ດີບໍ່ໄດ້. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງລົງຈາກບັນລັງເຖີດ ນະຄອນບາບີໂລນເອີຍ ແລະນັ່ງເທິງພື້ນຕາມຂີ້ຝຸ່ນດິນສາເຖີດ ຄັ້ງໜຶ່ງ ເຈົ້າເປັນດັ່ງສາວປອດຜູ້ໜຶ່ງໃດ ເປັນນະຄອນໜຶ່ງທີ່ບໍ່ມີຜູ້ໃດກ້າໂຈມຕີເອົາໄດ້ ແຕ່ເຈົ້າຈະບໍ່ອ່ອນໂຍນແລະໜ້າຈັບໃຈຕໍ່ໄປ ບັດນີ້ ເຈົ້າໄດ້ຕົກເປັນທາດຮັບໃຊ້ສາແລ້ວ