1 ຖ້ອຍຄຳຂອງພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າກ່ຽວກັບຊົນຊາດທັງຫລາຍ
ພວກເຫຼົ່ານີ້ເປັນເຊື້ອສາຍຂອງຢາເຟດ ທີ່ອາໄສຢູ່ໃນເຜົ່າ ແລະໃນປະເທດທີ່ແຕກຕ່າງກັນ ຊຶ່ງແຕ່ລະໝວດໝູ່ປາກເວົ້າພາສາຂອງຕົນເອງ.
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
ດັ່ງໂຕສິງກຳລັງອອກມາແຕ່ບ່ອນລີ້ຂອງມັນ ຜູ້ທຳລາຍຊົນຊາດທັງຫລາຍອອກມາສາແລ້ວ. ມັນກຳລັງອອກມາຈາກບ່ອນຫລົບລີ້ຂອງມັນ ເພື່ອຮຸກຮານຢູດາຍ ແລະທຳລາຍດິນແດນໃຫ້ກ້ຽງ ເມືອງຂອງຢູດາຍຈະຖືກປະໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຄົນອາໄສຢູ່ໃນເມືອງເຫຼົ່ານັ້ນ.
ເນບູກາດເນັດຊາຈະມາເອົາຊະນະເອຢິບ. ປະຊາຊົນເຫຼົ່ານັ້ນທີ່ຮັບເຄາະກຳໃຫ້ຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ກໍຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ; ພວກທີ່ຮັບເຄາະກຳໃຫ້ຖືກຈັບໄປເປັນຊະເລີຍເສິກ ກໍຈະຖືກຈັບໄປເປັນຊະເລີຍເສິກ; ແລະພວກທີ່ຮັບເຄາະກຳໃຫ້ຖືກຂ້າໃນສົງຄາມ ກໍຈະຖືກຂ້າໃນສົງຄາມ.
ໃນວັນທີສິບສອງຂອງເດືອນທີສິບ ອັນກົງກັບປີທີສິບ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ໃນວັນທີໜຶ່ງຂອງເດືອນທີສາມ ອັນກົງກັບປີທີສິບເອັດ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຊອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ໃນວັນທີໜຶ່ງຂອງເດືອນທີສິບສອງ ອັນກົງກັບປີທີສິບສອງ ແຫ່ງການເປັນຊະເລີຍໃນຕ່າງຖິ່ນຂອງພວກເຮົານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ພວກເຂົາຈະໃຊ້ດາບທຳຮ້າຍຊົນຊາດຕ່າງໆ ສືບໄປຢ່າງບໍ່ມີຄວາມເມດຕາບໍ?
ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ,
ຈາກເທິງໂງ່ນພູສູງນັ້ນ ຂ້າພະເຈົ້າສາມາດຫລຽວເຫັນພວກເຂົາ ທັງສາມາດເຝົ້າເບິ່ງພວກເຂົາ ຈາກເທິງເນີນພູສູງໄດ້. ພວກເຂົາແມ່ນຊົນຊາດເຊື້ອ ທີ່ຢູ່ໂດດດ່ຽວຕາມລຳພັງ ທັງຮູ້ວ່າຈະໄດ້ຮັບພຣະພອນ ຫລາຍກວ່າຊົນຊາດອື່ນໆ.
ຫລືວ່າ ພຣະເຈົ້ານັ້ນເປັນພຣະເຈົ້າຂອງຄົນຢິວເທົ່ານັ້ນບໍ? ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ ພຣະອົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ.