Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 45:4 - ພຣະຄຳພີສັກສິ

4 ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເຮົາ​ກຳລັງ​ດຶງ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ລົງ ແລະ​ຫລົກ​ສິ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ນັ້ນ​ຖິ້ມ. ເຮົາ​ຈະ​ກະທຳ​ສິ່ງ​ນີ້​ແຫຼະ ແກ່​ແຜ່ນດິນ​ໂລກ​ທັງໝົດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 45:4
12 Jak'a apnaqawi uñst'ayäwi  

ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ພຣະອົງ​ປູກ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ຢັ່ງຮາກ​ລົງ ພວກເຂົາ​ໃຫຍ່​ຂຶ້ນ​ມາ ແລະ​ເກີດດອກ​ອອກຜົນ​ທັງນັ້ນ. ພວກເຂົາ​ເວົ້າຈາ​ຊົມເຊີຍ​ກ່ຽວກັບ​ພຣະອົງ​ຢູ່​ສະເໝີ ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ພັດ​ບໍ່​ສົນໃຈ​ພຣະອົງ.


ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະອົງ​ໄດ້​ທຳລາຍ​ຫໍເຕັນ​ສັກສິດ​ໃຫ້​ໝຸ່ນ​ທະລາຍ ຄື​ເປັນດັ່ງ​ສວນ​ຮ້າງ ພຣະອົງ​ໄດ້​ທຳລາຍ​ສະຖານທີ່​ນະມັດສະການ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມ​ເທດສະການ​ສັກສິດ​ແລະ​ວັນຊະບາໂຕ. ພຣະອົງ​ຊົງ​ເຄ່ຍ​ກະສັດ​ແລະ​ປະໂຣຫິດ​ຖິ້ມ ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.


ເພາະສະນັ້ນ ເຮົາ​ຈະ​ພາ​ນາງ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກ ແລະ​ໃນ​ທີ່ນັ້ນ ເຮົາ​ຈະ​ເວົ້າ​ເກ່ຍກ່ອມ​ນາງ​ຄືນ​ດ້ວຍ​ຖ້ອຍຄຳ​ແຫ່ງ​ຄວາມຮັກ.


ພຣະເຈົ້າຢາເວ​ໄດ້​ມີ​ຄວາມ​ສຸກໃຈ ທີ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ຈຳນວນພົນ​ຫລາຍ​ຂຶ້ນ​ສັນໃດ ພຣະເຈົ້າຢາເວ​ກໍ​ຈະ​ມີ​ຄວາມ​ສຸກໃຈ ທີ່​ຈະ​ທຳລາຍ​ພວກເຈົ້າ​ແລະ​ເຮັດ​ໃຫ້​ພວກເຈົ້າ​ໝຸ່ນ​ທະລາຍ​ສັນນັ້ນ. ພວກເຈົ້າ​ຈະ​ຖືກ​ຖອດຖອນ​ອອກ​ຈາກ​ດິນແດນ​ຫຼັກແຫຼ່ງ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka