2 ແລ້ວຂ້າພະເຈົ້າກໍໄດ້ບອກລາວວ່າ, “ບາຣຸກເອີຍ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ,
ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອພວກເຂົາ ໃຫ້ພົ້ນຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາຕົນໜຶ່ງຕົນໃດທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກແລະຄວາມເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ
ໃນຣາຊການປີທີສີ່ຂອງກະສັດເຢໂຮຍອາກິມແຫ່ງຢູດາຍ ລູກຊາຍເຈົ້າໂຢສີຢາ ບາຣຸກລູກຊາຍຂອງເນຣີຢາໄດ້ຈົດສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນໄວ້.
ເຈົ້າກຳລັງເວົ້າວ່າ, ‘ຂ້ອຍຍອມແພ້ ຂ້ອຍເດືອດຮ້ອນຢູ່ແລ້ວ ແລະພຣະເຈົ້າຢາເວຍັງຕື່ມຄວາມທຸກໃຈໃຫ້ຂ້ອຍອີກ. ຂ້ອຍອິດອ່ອນເພາະການຮ້ອງໄຫ້ຄວນຄາງ ແລະຂ້ອຍກໍບໍ່ໄດ້ພົບການພັກຜ່ອນໃດໆເລີຍ.’
ບັດນີ້ ຈົ່ງໄປບອກພວກສາວົກຂອງພຣະອົງພ້ອມທັງເປໂຕດ້ວຍ ວ່າ, ‘ພຣະອົງຈະໄປທີ່ແຂວງຄາລີເລກ່ອນເຈົ້າທັງຫລາຍ. ເຈົ້າທັງຫລາຍຈະເຫັນພຣະອົງໃນທີ່ນັ້ນ ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.”’
ພຣະອົງຜູ້ເລົ້າໂລມໃຈພວກເຮົາໃນຄວາມທຸກລຳບາກທຸກຢ່າງ ຊຶ່ງພວກເຮົາໄດ້ຮັບນັ້ນກໍເພື່ອວ່າ, ພວກເຮົາຈະສາມາດເລົ້າໂລມໃຈຄົນອື່ນທີ່ໄດ້ຮັບຄວາມທຸກລຳບາກທຸກຢ່າງໄດ້ ໂດຍຄວາມເລົ້າໂລມໃຈຢ່າງດຽວກັນ ຊຶ່ງພວກເຮົາເອງໄດ້ຮັບຈາກພຣະເຈົ້ານັ້ນ.
ແຕ່ພຣະເຈົ້າ ອົງຊົງໜູນໃຈຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາດ້ວຍການທີ່ໃຫ້ຕີໂຕມາເຖິງພວກເຮົາ.
ເພາະວ່າ ພຣະອົງເອງໄດ້ຖືກທົດລອງ ແລະຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍຜູ້ທີ່ຖືກທົດລອງນັ້ນໄດ້.
ເພາະວ່າ ພວກເຮົາບໍ່ໄດ້ມີມະຫາປະໂຣຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ, ແຕ່ມີຕົນໜຶ່ງທີ່ຊົງຖືກທົດລອງເໝືອນຢ່າງເຮົາທຸກປະການ, ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ.