ເຢເຣມີຢາ 44:8 - ພຣະຄຳພີສັກສິ8 ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ? Uka jalj uñjjattʼäta |
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’