ເຢເຣມີຢາ 44:7 - ພຣະຄຳພີສັກສິ7 ສະນັ້ນ ບັດນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງຖາມວ່າ ເປັນຫຍັງພວກເຈົ້າຈຶ່ງກະທຳສິ່ງອັນຊົ່ວຊ້າເຫຼົ່ານີ້ໃສ່ພວກເຈົ້າເອງ. ພວກເຈົ້າຢາກນຳການທຳລາຍມາສູ່ພວກຜູ້ຊາຍ, ພວກແມ່ຍິງ, ພວກເດັກນ້ອຍ, ເພື່ອບໍ່ໃຫ້ປະຊາຊົນຂອງພວກເຈົ້າຜູ້ໃດຜູ້ໜຶ່ງເຫຼືອຢູ່ບໍ? Uka jalj uñjjattʼäta |
ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” (
ເພາະພວກເຈົ້າກຳລັງເຮັດຜິດພາດຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍໃຫ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າວ່າ, ‘ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະພວກເຮົາກໍຈະເຮັດຕາມທຸກສິ່ງທີ່ພຣະອົງສັ່ງ.’
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’