ເຢເຣມີຢາ 44:4 - ພຣະຄຳພີສັກສິ4 ເຮົາໄດ້ສືບຕໍ່ສົ່ງພວກຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ເພື່ອບອກພວກເຈົ້າບໍ່ໃຫ້ເຮັດສິ່ງທີ່ໜ້າກຽດຊັງທີ່ເຮົາບໍ່ມັກນັ້ນ. Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’