ເຢເຣມີຢາ 44:30 - ພຣະຄຳພີສັກສິ30 ພຣະເຈົ້າຢາເວກ່າວວ່າ, ‘ເຮົາຈະມອບກະສັດຟາໂຣໂຮຟະຣາແຫ່ງເອຢິບ ໃຫ້ແກ່ສັດຕູຜູ້ທີ່ຢາກສັງຫານລາວນັ້ນ ດັ່ງທີ່ເຮົາໄດ້ມອບກະສັດເຊເດກີຢາແຫ່ງຢູດາຍ ໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືສັດຕູຜູ້ທີ່ຢາກສັງຫານລາວ.”’ Uka jalj uñjjattʼäta |
ຕົ້ນໄມ້ນັ້ນແມ່ນກະສັດແຫ່ງເອຢິບແລະປະຊາຊົນທັງໝົດຂອງລາວ. ບໍ່ມີຕົ້ນໄມ້ກົກໃດໃນສວນເອເດນຈະສູງ ແລະປະທັບໃຈເທົ່າກັບມັນ. ແຕ່ບັດນີ້ ມັນຈະລົງໄປສູ່ແດນມໍຣະນາດັ່ງຕົ້ນໄມ້ຕ່າງໆໃນສວນເອເດນຮ່ວມກັບພວກທີ່ບໍ່ນັບຖືພຣະເຈົ້າ ແລະພວກທີ່ໄດ້ຖືກຂ້າໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນັ້ນແຫຼະ.