ເຢເຣມີຢາ 44:3 - ພຣະຄຳພີສັກສິ3 ເພາະປະຊາຊົນຢູ່ໃນເມືອງເຫຼົ່ານັ້ນໄດ້ເຮັດຊົ່ວ ແລະເຮັດໃຫ້ເຮົາໂກດຮ້າຍ. ພວກເຂົາໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະໄດ້ຮັບໃຊ້ບັນດາພະທີ່ພວກເຂົາເອງ ແລະບັນພະບຸລຸດຂອງພວກເຂົາບໍ່ເຄີຍຂາບໄຫວ້. Uka jalj uñjjattʼäta |
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?
ເຢເຣມີຢາເອີຍ ເມື່ອພວກເຂົາຖາມວ່າ, ດ້ວຍເຫດໃດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງເຮັດສິ່ງເຫຼົ່ານີ້ທັງໝົດ; ຈົ່ງບອກພວກເຂົາວ່າ ເມື່ອພວກເຂົາໄດ້ຫັນໜີຈາກເຮົາໄປຮັບໃຊ້ບັນດາພະຕ່າງຊາດ ໃນດິນແດນຂອງພວກເຂົາເອງສັນໃດ ພວກເຂົາກໍຈະໄດ້ຮັບໃຊ້ຄົນຕ່າງຊາດໃນດິນແດນໜຶ່ງທີ່ບໍ່ເປັນຂອງພວກເຂົາເອງສັນນັ້ນ.”