ເຢເຣມີຢາ 44:29 - ພຣະຄຳພີສັກສິ29 ພຣະເຈົ້າຢາເວກ່າວວ່າ, ‘ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືເຮົາຈະລົງໂທດພວກເຈົ້າໃນບ່ອນນີ້ ເພື່ອພວກເຈົ້າຈະໄດ້ຮູ້ວ່າຖ້ອຍຄຳທັງຫລາຍຂອງເຮົາທີ່ວ່າ ຈະນຳການທຳລາຍມາສູ່ພວກເຈົ້ານັ້ນຈະກາຍເປັນຈິງ.’ Uka jalj uñjjattʼäta |
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’