Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:28 - ພຣະຄຳພີສັກສິ

28 ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:28
20 Jak'a apnaqawi uñst'ayäwi  

ແຕ່​ແຜນການ​ຂອງ​ພຣະເຈົ້າຢາເວ​ໝັ້ນຄົງ​ສະເໝີ​ມາ ຄວາມປະສົງ​ຂອງ​ພຣະອົງ​ກໍ​ດຳລົງ​ໄປ​ຕະຫລອດ.


ຕົ້ນໄມ້​ພຽງ​ບໍ່​ທໍ່​ໃດ​ຕົ້ນ​ເທົ່ານັ້ນ​ຈະ​ເຫຼືອ​ຢູ່ ຊຶ່ງ​ແມ່ນແຕ່​ເດັກນ້ອຍ​ກໍ​ສາມາດ​ນັບ​ໄດ້.


ເຖິງ​ແມ່ນ​ວ່າ​ດຽວ​ນີ້ ປະຊາຊົນ​ອິດສະຣາເອນ​ມີ​ຢູ່​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ຝັ່ງ​ທະເລ​ກໍຕາມ, ແຕ່​ກໍ​ມີ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ຈະ​ກັບຄືນ​ມາ. ພຣະເຈົ້າ​ໄດ້​ສະສົມ​ຄວາມ​ຈິບຫາຍ​ໄວ້​ໃຫ້​ປະຊາຊົນ​ເຫຼົ່ານີ້ ແລະ​ພວກເຂົາ​ກໍ​ສົມຄວນ​ແລ້ວ ທີ່​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ​ນັ້ນ​ຢ່າງ​ເຕັມ​ສ່ວນ.


ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’


ເຮົາ​ຈະ​ລົງໂທດ​ພວກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສົງຄາມ, ດ້ວຍ​ການ​ຕາຍອຶດ​ຕາຍຫິວ, ແລະ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ.


ຈະ​ບໍ່ມີ​ປະຊາຊົນ​ຢູດາ​ຜູ້ໃດ​ທີ່​ຍັງເຫລືອ​ຢູ່​ນັ້ນ ແລະ​ໄດ້​ມາ​ອາໄສ​ຢູ່​ໃນ​ເອຢິບ​ຈະ​ປົບໜີ​ຫລື​ລອດຊີວິດ​ໄປ​ໄດ້. ບໍ່ມີ​ຈັກ​ຄົນ​ໃນ​ພວກເຂົາ​ຈະ​ໄດ້​ກັບຄືນ​ໄປ​ສູ່​ດິນແດນ​ຢູດາຍ​ອີກ ຄື​ບ່ອນ​ທີ່​ພວກເຂົາ​ຢາກ​ຈະ​ຢູ່​ນັ້ນ. ບໍ່ມີ​ຈັກ​ຄົນ​ຈະ​ໄດ້​ກັບຄືນ​ເມືອ ນອກຈາກ​ຊາວ​ອົບພະຍົບ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ.”


ພຣະເຈົ້າຢາເວ​ກ່າວວ່າ, ‘ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຈົ້າ ຄື​ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ບ່ອນ​ນີ້ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຈົ້າ​ນັ້ນ​ຈະ​ກາຍເປັນຈິງ.’


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ເຮົາ​ຈະ​ປ່ອຍ​ໃຫ້​ບາງຄົນ​ຫລົບ​ໜີ​ຈາກ​ການ​ຖືກ​ສັງຫານໝູ່ ແລະ​ຖືກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ແຕ່​ໂມເຊ​ໄດ້​ບອກ​ວ່າ, “ຖ້າ​ດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ໄຊຊະນະ​ດອກ


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka