Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:26 - ພຣະຄຳພີສັກສິ

26 ແຕ່​ບັດນີ້ ຊາວ​ຢູດາ​ທັງຫລາຍ​ທີ່​ຢູ່​ປະເທດ​ເອຢິບ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວເຖີດ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຮົາ​ໄດ້​ສາບານ​ດ້ວຍ​ນາມຊື່​ອັນ​ຍິ່ງໃຫຍ່​ຂອງເຮົາ​ຕໍ່​ຊາວ​ອິດສະຣາເອນ​ທຸກໆຄົນ​ທີ່​ຢູ່​ໃນ​ປະເທດ​ເອຢິບ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ພວກເຈົ້າ​ຄົນໃດ​ຄົນໜຶ່ງ​ເອີ່ຍ​ຊື່​ຂອງເຮົາ​ເດັດຂາດ​ໂດຍ​ບະບົນ​ວ່າ “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:26
28 Jak'a apnaqawi uñst'ayäwi  

“ເຮົາ​ຂໍ​ສາບານ​ໃນ​ນາມ​ຂອງເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ກຳລັງ​ກ່າວ​ຢູ່​ນີ້​ວ່າ, ເຮົາ​ຈະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ. ເພາະ​ເຈົ້າ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້;


ແຕ່​ພຣະເຈົ້າ​ກ່າວ​ຕໍ່​ຄົນຊົ່ວຮ້າຍ​ທັງຫລາຍ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທ່ອງຈຳ​ຂໍ້ຄຳສັ່ງ​ຂອງເຮົາ? ແລະ​ເປັນຫຍັງ​ເຈົ້າ​ຈຶ່ງ​ກ່າວ​ເຖິງ​ເລື່ອງ ພັນທະສັນຍາ​ຂອງເຮົາ​ນັ້ນ?


ເຮົາ​ຈະ​ບໍ່​ລະເມີດ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ລາວ ຫລື​ຖອນ​ຄຳສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ລາວ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລ້ວ​ເຮົາ​ກໍ​ສາບານ​ຕໍ່​ພວກເຈົ້າ​ວ່າ ວັງ​ນີ້​ຈະ​ລົ້ມ​ທະລາຍ​ເພພັງ​ລົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສຳລັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ພວກ​ເຈົ້ານາຍ​ຂອງ​ລາວ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຍັງເຫລືອ​ຢູ່ ຄື​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຫລື​ໄດ້​ຍົກຍ້າຍ​ໄປ​ປະເທດ​ເອຢິບ​ນັ້ນ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ ດັ່ງ​ໝາກເດື່ອ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ເພາະສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ທຳລາຍ​ດິນແດນ​ຢູດາຍ​ທັງໝົດ.


ຈະ​ບໍ່ມີ​ປະຊາຊົນ​ຢູດາ​ຜູ້ໃດ​ທີ່​ຍັງເຫລືອ​ຢູ່​ນັ້ນ ແລະ​ໄດ້​ມາ​ອາໄສ​ຢູ່​ໃນ​ເອຢິບ​ຈະ​ປົບໜີ​ຫລື​ລອດຊີວິດ​ໄປ​ໄດ້. ບໍ່ມີ​ຈັກ​ຄົນ​ໃນ​ພວກເຂົາ​ຈະ​ໄດ້​ກັບຄືນ​ໄປ​ສູ່​ດິນແດນ​ຢູດາຍ​ອີກ ຄື​ບ່ອນ​ທີ່​ພວກເຂົາ​ຢາກ​ຈະ​ຢູ່​ນັ້ນ. ບໍ່ມີ​ຈັກ​ຄົນ​ຈະ​ໄດ້​ກັບຄືນ​ເມືອ ນອກຈາກ​ຊາວ​ອົບພະຍົບ​ພຽງແຕ່​ໜ້ອຍຄົນ​ເທົ່ານັ້ນ.”


ຂ້າພະເຈົ້າ​ໄດ້​ບອກ​ປະຊາຊົນ​ທຸກຄົນ ໂດຍ​ສະເພາະ​ແລ້ວ​ແມ່ນ​ບັນດາ​ພວກ​ແມ່ຍິງ ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຢູດາ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ພວກເຈົ້າ ແລະ​ເມຍ​ຂອງ​ພວກເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ອັນ​ໜັກແໜ້ນ ຕໍ່​ເຈົ້າແມ່​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ສັນຍາ​ວ່າ ຈະ​ຖວາຍບູຊາ​ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ແລະ​ຕ້ອງ​ສືບຕໍ່​ຮັກສາ​ຄຳສັນຍາ​ທັງຫລາຍ​ຂອງ​ພວກເຈົ້າ. ຖ້າດັ່ງນັ້ນ​ກໍດີ​ຫລາຍ​ແລ້ວ ຈົ່ງ​ຮັກສາ​ພັນທະສັນຍາ​ຂອງ​ພວກເຈົ້າ​ສາ ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ບະບົນ​ໄວ້​ສາ


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ເຮົາ​ເອງ​ໄດ້​ສັນຍາ​ໄວ້​ວ່າ ນະຄອນ​ໂບຊະຣາ​ຈະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຍິ່ງ ແລະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ແລະ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ. ໝູ່ບ້ານ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ຈະ​ເປັນ​ທີ່​ຮົກຮ້າງ​ເພພັງ​ຕະຫລອດໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ ໂດຍ​ພຣະອົງ​ເອງ​ວ່າ ພຣະອົງ​ຈະ​ນຳ​ຫລາຍ​ຄົນ​ດັ່ງ​ຝູງຕັກແຕນ​ມາ​ໂຈມຕີ​ບາບີໂລນ ແລະ​ພວກເຂົາ​ຈະ​ໂຮຮ້ອງ​ຢ່າງ​ມີໄຊ.


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ບັດນີ້ ຊາວ​ອິດສະຣາເອນ​ທັງໝົດ​ເອີຍ ຈົ່ງ​ປະພຶດ​ຕົນ​ໃຫ້​ເໝາະສົມ​ສາ ຈົ່ງ​ຮັບໃຊ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ຕໍ່ໄປ ແຕ່​ເຮົາ​ຂໍ​ເຕືອນ​ພວກເຈົ້າ​ວ່າ ຫລັງຈາກ​ນີ້​ແລ້ວ​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ເຮົາ ແລະ​ເຊົາ​ລົບຫລູ່​ນາມ​ອັນ​ສັກສິດ​ຂອງເຮົາ ໂດຍ​ຢຸດ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້​ໂດຍ​ກຽດສັກສີ​ຂອງ​ຢາໂຄບ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ.


ບັດນີ້ ຈົ່ງ​ໃຫ້​ຄຳຕອບ​ນີ້​ແກ່​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ເຮົາ​ສັນນັ້ນ.


ແມ່ນ​ຜູ້ໃດ​ໜໍ ທີ່​ພຣະອົງ​ໄດ້​ຊົງ​ສາບານ​ຕົວ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະອົງ​ຈັກເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ ບໍ່ແມ່ນ​ຫລື?


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ນັ້ນ ໂດຍ​ທີ່​ບໍ່ມີ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ພຣະອົງ ທີ່​ພຣະອົງ​ຈະ​ຊົງ​ສາບານ​ດ້ວຍ​ອອກ​ຊື່​ຜູ້ນັ້ນ​ໄດ້ ພຣະອົງ​ຈຶ່ງ​ໄດ້​ຊົງ​ສາບານ​ດ້ວຍ​ພຣະນາມ​ຂອງ​ພຣະອົງ​ເອງ


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka