ເຢເຣມີຢາ 44:24 - ພຣະຄຳພີສັກສິ24-25 ຂ້າພະເຈົ້າໄດ້ບອກປະຊາຊົນທຸກຄົນ ໂດຍສະເພາະແລ້ວແມ່ນບັນດາພວກແມ່ຍິງ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນຢູດາທີ່ອາໄສຢູ່ໃນປະເທດເອຢິບວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ພວກເຈົ້າ ແລະເມຍຂອງພວກເຈົ້າໄດ້ເຮັດພັນທະສັນຍາອັນໜັກແໜ້ນ ຕໍ່ເຈົ້າແມ່ແຫ່ງສະຫວັນ. ພວກເຈົ້າໄດ້ສັນຍາວ່າ ຈະຖວາຍບູຊາແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ແລະຕ້ອງສືບຕໍ່ຮັກສາຄຳສັນຍາທັງຫລາຍຂອງພວກເຈົ້າ. ຖ້າດັ່ງນັ້ນກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າໄດ້ບະບົນໄວ້ສາ Uka jalj uñjjattʼäta |
ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.”