ເຢເຣມີຢາ 44:23 - ພຣະຄຳພີສັກສິ23 ໄພພິບັດທີ່ຕົກມາຖືກພວກເຈົ້າໃນເວລານີ້ ກໍຍ້ອນພວກເຈົ້າໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະທັງໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວດ້ວຍ ໂດຍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງພຣະອົງ.” Uka jalj uñjjattʼäta |
ພວກເຂົາບໍ່ເຊື່ອຟັງຄຳແນະນຳຂອງພຣະອົງ, ພວກເຂົາບໍ່ຖືຮັກສາພັນທະສັນຍາ ທີ່ພຣະອົງເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ ແລະພວກເຂົາບໍ່ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງພຣະອົງ. ພວກເຂົາຂາບໄຫວ້ບັນດາຮູບເຄົາຣົບທີ່ໄຮ້ຄ່າຈົນກາຍເປັນຄົນໄຮ້ຄ່າເອງ ແລະພວກເຂົາໄດ້ເຮັດຕາມທຳນຽມຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົາ ໂດຍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ທີ່ບໍ່ໃຫ້ເອົາແບບຢ່າງຂອງຊົນຊາດເຫຼົ່ານັ້ນ.
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?