Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:22 - ພຣະຄຳພີສັກສິ

22 ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:22
40 Jak'a apnaqawi uñst'ayäwi  

ເພາະ​ພວກເຮົາ​ກຳລັງ​ຈະ​ທຳລາຍ​ເມືອງ​ນີ້. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຟ້ອງ​ຮ້ອງ​ຢ່າງ​ໜັກໜ່ວງ ຕໍ່ສູ້​ປະຊາຊົນ​ເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ພວກເຮົາ​ມາ​ເພື່ອ​ທຳລາຍ​ເມືອງ​ໂຊໂດມ​ນີ້.”


ເມື່ອ​ພຣະເຈົ້າຢາເວ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ຕະຫລອດໄປ ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ບັດນີ້​ໄປ ພວກເຂົາ​ຈະ​ມີ​ອາຍຸ​ບໍ່​ເກີນ 120 ປີ.”


ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ສະນັ້ນ ບັດນີ້​ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ຣິດອຳນາດ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ກ່າວ​ວ່າ, “ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງເຮົາ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ເຮົາ​ອີກ​ຕໍ່ໄປ.


ພວກເຈົ້າ​ບໍ່ໄດ້​ຊື້​ເຄື່ອງຫອມ​ບູຊາ​ສຳລັບ​ເຮົາ ຫລື​ເຮັດ​ໃຫ້​ພໍໃຈ​ຍ້ອນ​ໄຂມັນ​ສັດ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ເຮັດ​ໃຫ້​ເຮົາ​ມີ​ພາລະໜັກ ຍ້ອນ​ບາບ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ​ຫລາຍ ຍ້ອນ​ຄວາມຜິດ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ດັ່ງນັ້ນ ເອຊາຢາ​ຈຶ່ງ​ກ່າວ​ວ່າ, “ເຊື້ອວົງ​ຂອງ​ກະສັດ​ດາວິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເທີ້ນ. ການ​ທີ່​ເຈົ້າ​ທຳລາຍ​ຄວາມ​ອົດທົນ​ຂອງ​ມະນຸດ​ນັ້ນ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ຕ້ອງ​ທຳລາຍ​ຄວາມ​ອົດກັ້ນ​ຂອງ​ພຣະເຈົ້າ​ອີກ​ບໍ?


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ທີ່​ມີ​ກ່າວ​ເຖິງ​ບັນດາ​ພວກ​ຜູ້ລ້ຽງແກະ ຄື​ຜູ້​ມີ​ໜ້າທີ່​ລ້ຽງດູ​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ພວກເຈົ້າ​ບໍ່ໄດ້​ລ້ຽງດູ​ປະຊາຊົນ​ຂອງເຮົາ; ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ແລະ​ຂັບໄລ່​ພວກເຂົາ​ໃຫ້​ໜີໄປ ແລະ​ບໍ່ໄດ້​ເອົາໃຈໃສ່​ພວກເຂົາ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ສຳລັບ​ການ​ຊົ່ວຊ້າ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ນະຄອນ​ເຢຣູຊາເລັມ​ແລະ​ເມືອງ​ທັງໝົດ​ຂອງ​ຢູດາຍ ພ້ອມ​ທັງ​ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ໄດ້​ຖືກ​ບັງຄັບ​ໃຫ້​ດື່ມ ເພື່ອ​ວ່າ​ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ເມືອງ​ຮົກຮ້າງ​ຫວ່າງຄົນ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ເພື່ອ​ວ່າ​ປະຊາຊົນ​ຈະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ດັ່ງ​ທີ່​ພວກເຂົາ​ຍັງ​ປະຕິບັດ​ກັນ​ຢູ່.


ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ດັ່ງ​ໂຕສິງ​ໜີ​ຈາກ​ບ່ອນ​ທີ່​ມັນ​ຊ້ອນຕົວ​ຢູ່. ການ​ຢ້ານກົວ​ສົງຄາມ​ແລະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ໄດ້​ປ່ຽນ​ປະເທດ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ທີ່​ເຮົາ​ໄດ້ສົ່ງ​ມາ​ສູ່​ພວກເຂົາ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ. ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ເອງ​ໄດ້​ເຫັນ​ການທຳລາຍ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ສູ່​ທຸກ​ເມືອງ​ຂອງ​ຢູດາຍ. ຈົນເຖິງ​ດຽວ​ນີ້ ເມືອງ​ເຫຼົ່ານັ້ນ​ກໍ​ຍັງ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ຈົ່ງ​ຕຽມ​ອຸບມຸງ​ຝັງສົບ​ໄວ້​ສຳລັບ​ໂມອາບ​ສາ ເພາະ​ຈະ​ຖືກ​ທຳລາຍ​ໃນ​ເວລາ​ໄວໆ​ນີ້. ເມືອງ​ກໍ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ.” (


ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?


ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ ການ​ທີ່​ຊາວ​ອິດສະຣາເອນ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ. ເຮົາ​ໄດ້​ຫັນໜີ​ຈາກ​ພວກເຂົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເອົາ​ຊະນະ​ພວກເຂົາ ແລະ​ຂ້າ​ພວກເຂົາ​ຖິ້ມ​ໃນ​ສະໜາມຮົບ.


ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ


ມາບັດນີ້ ເຮົາ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ​ດິນ ດັ່ງ​ກວຽນ​ບັນຈຸ​ເຂົ້າ​ເຕັມ​ກວຽນ​ຢຽບ​ດິນ.


ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ເບື່ອໜ່າຍ​ຄຳເວົ້າ​ຂອງ​ພວກເຈົ້າ. ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອໜ່າຍ​ຢ່າງໃດ?” ກໍ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຖື​ວ່າ ທຸກຄົນ​ທີ່​ເຮັດ​ຊົ່ວ​ລ້ວນແຕ່​ເປັນ​ຄົນດີ ພຣະອົງ​ກໍ​ເຫັນດີ​ນຳ​ພວກເຂົາ.” ຫລື​ໂດຍ​ຖາມ​ວ່າ, “ພຣະເຈົ້າ​ອົງ​ຊົງ​ຕັດສິນ​ນັ້ນ​ຢູ່ໃສ?”


ດັ່ງນັ້ນ ພຣະອົງ​ຢາກ​ສຳແດງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຣິດເດດ​ອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ປາກົດ, ພຣະອົງ​ຈຶ່ງ​ຊົງ​ອົດກັ້ນ​ໄວ້​ດົນນານ​ຕໍ່​ພວກ​ເຫຼົ່ານັ້ນ ທີ່​ເປັນ​ພາຊະນະ​ອັນ​ສົມຄວນ​ແກ່​ຄວາມ​ໂກດຮ້າຍ ຄື​ຜູ້​ທີ່​ຈັດຕຽມ​ໄວ້​ສຳລັບ​ຄວາມ​ຈິບຫາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka