Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ເອງ​ໄດ້​ເຫັນ​ການທຳລາຍ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ສູ່​ທຸກ​ເມືອງ​ຂອງ​ຢູດາຍ. ຈົນເຖິງ​ດຽວ​ນີ້ ເມືອງ​ເຫຼົ່ານັ້ນ​ກໍ​ຍັງ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:2
25 Jak'a apnaqawi uñst'ayäwi  

ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ນະຄອນ​ຊາມາເຣຍ, ຕໍ່​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ ແລະ​ຕໍ່​ພວກ​ລູກຫລານ​ຂອງ​ລາວ. ເຮົາ​ຈະ​ກວາດ​ລ້າງ​ປະຊາຊົນ​ທີ່​ນະຄອນ​ເຢຣູຊາເລັມ​ໃຫ້​ໝົດກ້ຽງ​ໄປ ໃຫ້​ສະອາດ​ດັ່ງ​ຈານ​ທີ່​ເຊັດ​ໃຫ້​ແຫ້ງ​ແລະ​ຂວໍ້າໄວ້.


“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.


ເມືອງ​ຮົກຮ້າງ​ຫັກພັງ ແລະ​ປະຕູ​ເມືອງ​ກໍ​ເພພັງ​ລົງ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ໄພພິບັດ​ທີ່​ຕົກ​ມາ​ຖືກ​ພວກເຈົ້າ​ໃນ​ເວລາ​ນີ້ ກໍ​ຍ້ອນ​ພວກເຈົ້າ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ທັງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ດ້ວຍ ໂດຍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ.”


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ສ່ວນ​ປະຊາຊົນ​ຂອງ​ຊາດ​ອັນ​ຊົ່ວຮ້າຍ​ທີ່​ຍັງເຫລືອ​ຢູ່​ນີ້ ຄື​ພວກ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ນັ້ນ ຈະ​ຢາກ​ຕາຍ​ຫລາຍກວ່າ​ທີ່​ຢາກ​ຈະ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.


ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ເຖິງຢ່າງໃດກໍດີ ໃນ​ຂັ້ນຕົ້ນ​ດິນແດນ​ຈະ​ຕ້ອງ​ບໍ່​ໃຫ້​ມີ​ຄົນ​ພັກພາ​ອາໄສ​ຢູ່ ເພື່ອ​ວ່າ​ມັນ​ຈະ​ຊົມຊື່ນ​ຍິນດີ​ກັບ​ປີຊະບາໂຕ (ປີ​ແຫ່ງ​ການ​ພັກຜ່ອນ) ແລະ​ພວກເຂົາ​ຕ້ອງ​ຮັບ​ໂທດ​ຢ່າງ​ພຽງພໍ​ເສຍ​ກ່ອນ ຍ້ອນ​ການ​ທີ່​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.


ພວກເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ກະທຳ​ຕໍ່​ຊົນຊາດ​ທັງປວງ​ຍ້ອນ​ເລື່ອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka