Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:18 - ພຣະຄຳພີສັກສິ

18 ແຕ່​ເມື່ອໃດ​ພວກເຮົາ​ເຊົາ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ ແລະ​ເຊົາ​ຖອກ​ເຫຼົ້າ​ອະງຸ່ນ​ແກ່​ນາງ; ພວກເຮົາ​ກໍ​ບໍ່ມີ​ຫຍັງ​ເລີຍ ແລະ​ປະຊາຊົນ​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ສົງຄາມ ແລະ​ຍ້ອນ​ການອຶດຢາກ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:18
8 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ຊາວ​ຊີເຣຍ​ຜູ້​ຊະນະ​ຕົນ. ເພິ່ນ​ເວົ້າ​ວ່າ, “ພະ​ຂອງ​ຊາວ​ຊີເຣຍ​ຊ່ວຍ​ກະສັດ​ຊີເຣຍ​ໄດ້; ສະນັ້ນ ຖ້າ​ເຮົາ​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ ພະ​ເຫຼົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ເໝືອນກັນ.” ການ​ກະທຳ​ເຊັ່ນນີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ສູ່​ເພິ່ນ​ເອງ ແລະ​ອານາຈັກ​ຂອງ​ເພິ່ນ​ດ້ວຍ.


ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”


ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໜີ​ຈາກ​ບ່ອນ​ຕ່າງໆ ທີ່​ພວກຕົນ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ​ກັບຄືນ​ມາ​ຢູດາຍ. ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ; ໃນ​ທີ່ນັ້ນ ພວກເຂົາ​ໄດ້​ຮວບຮວມ​ເຫຼົ້າ​ອະງຸ່ນ ແລະ​ຜົນລະໄມ້​ໄວ້​ເປັນ​ຈຳນວນ​ຫລວງຫລາຍ.


ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka