ເຢເຣມີຢາ 44:17 - ພຣະຄຳພີສັກສິ17 ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ. Uka jalj uñjjattʼäta |
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າເຂົ້າໄປເດີ່ນຂ້າງໃນວິຫານຂອງພຣະເຈົ້າຢາເວ. ໃກ້ທາງເຂົ້າພຣະວິຫານຂອງພຣະເຈົ້າຢາເວ ຄືລະຫວ່າງແທ່ນບູຊາ ແລະໜ້າປະຕູໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ພວກເຂົາໄດ້ຫັນຫລັງໃສ່ພຣະວິຫານຂອງພຣະເຈົ້າຢາເວ ແລະກຳລັງຂາບລົງໄປທາງທິດຕາເວັນອອກເພື່ອຂາບໄຫວ້ຕາເວັນທີ່ກຳລັງຂຶ້ນ.