ເຢເຣມີຢາ 44:16 - ພຣະຄຳພີສັກສິ16 “ພວກເຮົາບໍ່ຍອມຟັງສິ່ງທີ່ທ່ານໄດ້ບອກໃນນາມຂອງພຣະເຈົ້າຢາເວດອກ. Uka jalj uñjjattʼäta |
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”
ແຕ່ພວກເຈົ້າຜູ້ທີ່ເຫຼືອຢູ່ໃນດິນແດນຢູດາຍນີ້ ຈະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຈະຕ້ອງຍອມຮັບວ່າຈະບໍ່ໜີໄປຈາກດິນແດນນີ້. ພວກເຈົ້າຈະບໍ່ຕ້ອງເວົ້າວ່າ, ‘ບໍ່ ພວກເຮົາຈະໄປອາໄສຢູ່ໃນປະເທດເອຢິບ ບ່ອນທີ່ພວກເຮົາຈະບໍ່ຕ້ອງປະເຊີນໜ້າກັບສົງຄາມ ຫລືໄດ້ຍິນສຽງເອີ້ນໃຫ້ເຂົ້າໄປເຮັດເສິກ ຫລືຕ້ອງອຶດຢາກອີກຕໍ່ໄປ.’ ຖ້າພວກເຈົ້າເວົ້າເຊັ່ນນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ຖ້າພວກເຈົ້າຕັ້ງໃຈທີ່ຈະໄປອາໄສຢູ່ໃນປະເທດເອຢິບ
ຂ້າພະເຈົ້າໄດ້ບອກປະຊາຊົນທຸກຄົນ ໂດຍສະເພາະແລ້ວແມ່ນບັນດາພວກແມ່ຍິງ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນຢູດາທີ່ອາໄສຢູ່ໃນປະເທດເອຢິບວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ພວກເຈົ້າ ແລະເມຍຂອງພວກເຈົ້າໄດ້ເຮັດພັນທະສັນຍາອັນໜັກແໜ້ນ ຕໍ່ເຈົ້າແມ່ແຫ່ງສະຫວັນ. ພວກເຈົ້າໄດ້ສັນຍາວ່າ ຈະຖວາຍບູຊາແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ແລະຕ້ອງສືບຕໍ່ຮັກສາຄຳສັນຍາທັງຫລາຍຂອງພວກເຈົ້າ. ຖ້າດັ່ງນັ້ນກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າໄດ້ບະບົນໄວ້ສາ
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”