Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:15 - ພຣະຄຳພີສັກສິ

15 ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:15
14 Jak'a apnaqawi uñst'ayäwi  

ກ່ອນ​ແຂກ​ທັງສອງ​ຈະ​ເຂົ້າ​ໄປ​ນອນ ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ​ກໍ​ມາ​ອ້ອມ​ເຮືອນ​ຂອງ​ໂລດ. ຜູ້ຊາຍ​ຊາວ​ເມືອງ​ທຸກຄົນ​ທັງ​ໜຸ່ມ​ແລະ​ແກ່​ໄດ້​ມາ​ທີ່​ນັ້ນ.


ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ, “ແມ່ນ​ພວກຜູ້ຍິງ​ຕ່າງຊາດ ທີ່​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ເຮັດ​ບາບ. ເພິ່ນ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ລື່ນ​ບັນດາ​ກະສັດ​ຂອງ​ຊົນຊາດ​ອື່ນໆ. ພຣະເຈົ້າ​ຮັກ​ເພິ່ນ ແລະ​ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ ແລະ​ໃນຂະນະ​ດຽວກັນ​ນັ້ນ​ເພິ່ນ​ໄດ້​ຫລົງ​ເຮັດ​ບາບ​ນີ້.


ຄົນຊົ່ວຮ້າຍ​ຈະ​ຕ້ອງ​ຖືກ​ທຳລາຍ​ຢ່າງ​ແນ່ນອນ, ແຕ່​ຄົນ​ຊອບທຳ​ຈະ​ຜີກ​ໜີໄປ​ໄດ້.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.


ເຮົາ​ຈຶ່ງ​ກ່າວ​ເຖິງ​ອະນາຄົດ​ພວກເຈົ້າ​ໄວ້​ແຕ່​ດົນ ໂດຍ​ປະກາດ​ເຖິງ​ເຫດການ​ກ່ອນ​ຈະ​ເກີດຂຶ້ນ. ເພື່ອ​ບໍ່​ໃຫ້​ພວກເຈົ້າ​ອວດອ້າງ​ໄດ້​ເລີຍ​ວ່າ​ແມ່ນ ຮູບເຄົາຣົບ​ແລະ​ຮູບພະ​ຂອງ​ພວກເຈົ້າ​ໃຫ້​ເກີດຂຶ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


ຝ່າຍ​ພວກຜູ້ຍິງ​ກໍ​ເວົ້າ​ສອຍ​ຂຶ້ນ​ວ່າ, “ເວລາ​ພວກເຮົາ​ໄດ້​ເຮັດ​ເຂົ້າໜົມ​ຫວານ​ເປັນ​ຮູບ​ເຈົ້າແມ່​ແຫ່ງ​ສະຫວັນ ຖວາຍບູຊາ​ແກ່​ນາງ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ​ນັ້ນ ຜົວ​ຂອງ​ພວກເຮົາ​ກໍ​ເຫັນດີ​ເຫັນພ້ອມ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ດ້ວຍ.”


ຂ້າພະເຈົ້າ​ໄດ້​ບອກ​ປະຊາຊົນ​ທຸກຄົນ ໂດຍ​ສະເພາະ​ແລ້ວ​ແມ່ນ​ບັນດາ​ພວກ​ແມ່ຍິງ ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຢູດາ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ພວກເຈົ້າ ແລະ​ເມຍ​ຂອງ​ພວກເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ອັນ​ໜັກແໜ້ນ ຕໍ່​ເຈົ້າແມ່​ແຫ່ງ​ສະຫວັນ. ພວກເຈົ້າ​ໄດ້​ສັນຍາ​ວ່າ ຈະ​ຖວາຍບູຊາ​ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ແລະ​ຕ້ອງ​ສືບຕໍ່​ຮັກສາ​ຄຳສັນຍາ​ທັງຫລາຍ​ຂອງ​ພວກເຈົ້າ. ຖ້າດັ່ງນັ້ນ​ກໍດີ​ຫລາຍ​ແລ້ວ ຈົ່ງ​ຮັກສາ​ພັນທະສັນຍາ​ຂອງ​ພວກເຈົ້າ​ສາ ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ບະບົນ​ໄວ້​ສາ


ແລະ​ເຮົາ​ຈະ​ອະນຸຍາດ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ພາກໃຕ້​ຂອງ​ປະເທດ​ເອຢິບ ຄື​ເມືອງ​ດັ້ງເດີມ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ອ່ອນແຮງ​ຫລາຍ


ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.


“ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ຄັບ​ແຄບ ເພາະ​ປະຕູ​ເຂົ້າ​ໄປ​ນະຣົກ​ກໍ​ກວ້າງ ແລະ​ທາງ​ທີ່​ນຳ​ໄປ​ສູ່​ທີ່​ນັ້ນ​ກໍ​ງ່າຍ ແລະ​ຄົນ​ທີ່​ເດີນ​ໄປ​ຕາມ​ທາງ​ນັ້ນ​ກໍ​ມີ​ຫລວງຫລາຍ.


ຄົນ​ໜຶ່ງ​ໃນ​ພວກເຂົາ​ຊັກຊວນ​ພວກເຈົ້າ​ໃຫ້​ຂາບໄຫວ້​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ທີ່​ຢູ່​ໃກ້​ຫຼື​ຢູ່​ໄກ​ພວກເຈົ້າ ຫລື​ໃນ​ທ່າມກາງ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka