Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:13 - ພຣະຄຳພີສັກສິ

13 ເຮົາ​ຈະ​ລົງໂທດ​ພວກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສົງຄາມ, ດ້ວຍ​ການ​ຕາຍອຶດ​ຕາຍຫິວ, ແລະ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:13
11 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ; ລູກ​ຂອງ​ພວກເຂົາ​ຈະ​ອຶດຫິວ​ຕາຍ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ໂດຍ​ການ​ຕາຍອຶດ​ຕາຍຫິວ ຫລື​ໂດຍ​ເຈັບໄຂ້​ໄດ້ປ່ວຍ, ແຕ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ ທີ່​ກຳລັງ​ໂຈມຕີ​ເມືອງ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ລາວ​ຈະ​ຊ່ວຍ​ຊີວິດ​ຕົນ​ໃຫ້​ພົ້ນ​ໄດ້.


ເຮົາ​ຈະ​ນຳ​ເສິກ​ສົງຄາມ, ຄວາມ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ຈົນ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ເຫລືອຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ.”


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ແລ້ວ​ເສິກ​ທີ່​ພວກເຈົ້າ​ຢ້ານ​ນີ້ ກໍ​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ຄືກັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ການ​ຕາຍອຶດ​ຕາຍຫິວ​ທີ່​ພວກເຈົ້າ​ຢ້ານກົວ​ນັ້ນ ຈະ​ຕາມ​ພວກເຈົ້າ​ໄປ ແລະ​ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ປະເທດ​ເອຢິບ.


ປະຊາຊົນ​ທຸກຄົນ​ທີ່​ຕັ້ງໃຈ​ໄປ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ. ບໍ່ມີ​ຜູ້ໃດ​ທີ່​ຈະ​ລອດຊີວິດ​ໄດ້ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົບໜີ​ຈາກ​ໄພພິບັດ ທີ່​ເຮົາ​ກຳລັງ​ນຳ​ມາ​ສູ່​ພວກເຂົາ​ໄດ້.’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ເນບູ​ກາດເນັດຊາ​ຈະ​ມາ​ເອົາ​ຊະນະ​ເອຢິບ. ປະຊາຊົນ​ເຫຼົ່ານັ້ນ​ທີ່​ຮັບ​ເຄາະກຳ​ໃຫ້​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ກໍ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ; ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ; ແລະ​ພວກ​ທີ່​ຮັບ​ເຄາະກຳ​ໃຫ້​ຖືກ​ຂ້າ​ໃນ​ສົງຄາມ ກໍ​ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka