Biblia Todo Logo
Internet tuqin Biblia
- Anuncios ukanaka -




ເຢເຣມີຢາ 44:10 - ພຣະຄຳພີສັກສິ

10 ແຕ່​ມາ​ເຖິງ​ວັນ​ນີ້ ພວກເຈົ້າ​ກໍ​ບໍ່​ຍອມ​ຖ່ອມຕົວ​ລົງ​ເລີຍ. ພວກເຈົ້າ​ບໍ່ໄດ້​ໃຫ້ກຽດ​ເຮົາ ຫລື​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:10
38 Jak'a apnaqawi uñst'ayäwi  

“ເຈົ້າ​ເຫັນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ອາຮາບ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ເຮົາ​ຢ່າງໃດ? ຍ້ອນ​ລາວ​ໄດ້​ຖ່ອມຕົວ​ຢ່າງນີ້ ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ລາວ ໃນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ; ແຕ່​ເຮົາ​ຈະ​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ຄອບຄົວ​ຂອງ​ອາຮາບ​ໃນ​ສະໄໝ​ລູກຊາຍ​ຂອງ​ລາວ.”


ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.


ເມື່ອ​ໄດ້​ທົນທຸກ​ຢູ່​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຖ່ອມຕົວ​ລົງ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ່ອມຕົວ​ລົງຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.


ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ແລະ​ເຈົ້າ​ໄດ້​ກັບໃຈ​ໃໝ່​ທັງ​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ໂດຍ​ຈີກ​ເສື້ອ​ຂອງ​ເຈົ້າ​ເອງ​ແລະ​ຮ້ອງໄຫ້​ເມື່ອ​ເຈົ້າ​ໄດ້ຍິນ​ວ່າ ເຮົາ​ໄດ້​ນາບຂູ່​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ນະຄອນ​ຢ່າງໃດ. ເຮົາ​ຈຶ່ງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ພຣະເຈົ້າຢາເວ​ຢູ່​ໃກ້​ຜູ້​ທີ່​ຂາດ​ກຳລັງ​ໃຈ ພຣະອົງ​ຊ່ວຍ​ຜູ້​ທີ່​ໝົດຫວັງ​ໃຫ້​ລາວ​ໄດ້​ພົ້ນ.


ຂ້າແດ່​ພຣະເຈົ້າ ເຄື່ອງບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ​ນັ້ນ ແມ່ນ​ຈິດວິນຍານ​ທີ່​ຖ່ອມຕົວ​ລົງ ພຣະເຈົ້າ​ບໍ່ໄດ້​ຊົງ​ລັງກຽດ​ຈິດໃຈ​ທີ່​ຖ່ອມຕົວ​ລົງ ແລະ​ການ​ກັບໃຈ​ໃໝ່​ແທ້​ຂອງ​ຂ້ານ້ອຍ.


ພວກເຂົາ​ບໍ່ໄດ້​ຖື​ຮັກສາ​ພັນທະສັນຍາ​ຂອງ​ພຣະເຈົ້າ ພວກເຂົາ​ບໍ່ເຄີຍ​ໄດ້​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.


ແຕ່​ຂ້ານ້ອຍ​ຮູ້​ຢູ່​ວ່າ ທ່ານ​ກັບ​ບັນດາ​ຂ້າຣາຊການ​ຂອງທ່ານ ຈະ​ຍັງ​ບໍ່​ຢຳເກງ​ພຣະເຈົ້າຢາເວ​ພຣະເຈົ້າ​ເທື່ອ.”


ຄົນ​ມີ​ປັນຍາ​ລະວັງຕົນ​ໃຫ້​ພົ້ນ​ຄວາມ​ເດືອດຮ້ອນ, ແຕ່​ຄົນ​ໂງ່ຈ້າ​ຂາດ​ຄວາມ​ຢັບຢັ້ງ​ຈຶ່ງ​ລົງມື​ເຮັດ​ໄປ​ຢ່າງ​ວ່ອງໄວ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ​ແລະ​ພຣະເຈົ້າ​ກໍ​ຈະ​ຍົກ​ບາບ​ໃຫ້, ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ແລະ​ສິ່ງ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຖືກ​ເຈົ້າ.


ຜູ້​ທີ່​ຢຳເກງ​ຢູ່ສະເໝີ​ຈະ​ມີ​ຄວາມສຸກ ຄົນ​ດື້ດ້ານ​ໃຈແຂງ​ກໍ​ຈະ​ພິນາດ.


ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.


ຜູ້ໃດ​ໃຫ້​ອິດສະຣາເອນ​ເປັນ​ເຫຍື່ອ​ພວກ​ນັກປຸ້ນ​ເດ? ແມ່ນ​ພຣະເຈົ້າຢາເວ​ທີ່​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ນັ້ນ ພວກເຮົາ​ບໍ່ໄດ້​ດຳເນີນ​ຊີວິດ​ດັ່ງ​ທີ່​ພຣະອົງ​ຕ້ອງການ ຫລື​ເຊື່ອຟັງ​ຄຳສັ່ງສອນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ທຸກສິ່ງ​ເຫຼົ່ານີ້​ແມ່ນ​ມື​ຂອງເຮົາ​ເອງ​ໄດ້​ສ້າງ​ທັງໝົດ ສິ່ງ​ທັງໝົດ​ເຫຼົ່ານີ້​ຈຶ່ງ​ເກີດ​ຂື້ນ​ມາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ແຕ່​ເຮົາ​ພໍໃຈ​ນຳ​ຜູ້​ທີ່​ຖ່ອມໃຈ ແລະ​ຜູ້​ທີ່​ຍອມ​ກັບໃຈໃໝ່ ແລະ​ຜູ້​ທີ່​ຢຳເກງ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ​ຈົນ​ຕົວສັ່ນ.


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ໂດຍ​ເຮັດ​ຕາມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ແຕ່​ບໍ່​ເຫັນ​ກະສັດ​ຫລື​ຂ້າຣາຊການ​ຂອງ​ເພິ່ນ​ຜູ້ໜຶ່ງ​ຜູ້ໃດ ທີ່​ໄດ້ຍິນ​ຖ້ອຍຄຳ​ທັງໝົດ​ນັ້ນ​ແລ້ວ​ເກີດ​ຢ້ານກົວ ຫລື​ສະແດງ​ຄວາມ​ເສຍໃຈ​ແຕ່​ຢ່າງໃດ.


ໄພພິບັດ​ທີ່​ຕົກ​ມາ​ຖືກ​ພວກເຈົ້າ​ໃນ​ເວລາ​ນີ້ ກໍ​ຍ້ອນ​ພວກເຈົ້າ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ທັງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ດ້ວຍ ໂດຍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ.”


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ບໍ່​ອັບອາຍ​ເພາະ​ສິ່ງ​ອັນ​ໜ້າລັງກຽດ​ນີ້​ບໍ? ບໍ່ ພວກເຈົ້າ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຈົ້າ​ຊື່ໆ ແລະ​ບໍ່​ແດງ​ເລີຍ ສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ພວກ​ອື່ນ​ທີ່​ລົ້ມລົງ​ແລ້ວ; ເມື່ອ​ເຮົາ​ລົງໂທດ​ພວກເຈົ້າ ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຈົ້າ​ເທົ່ານັ້ນ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


“ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ເຮັດ​ເຄື່ອງໝາຍ​ໃສ່​ໜ້າຜາກ​ທຸກຄົນ​ທີ່​ທຸກໃຈ​ແລະ​ເດືອດຮ້ອນ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ຄົນ​ໃນ​ເມືອງ​ນີ້​ໄດ້​ເຮັດຂຶ້ນ.”


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ເມື່ອ​ນາຍ​ທະຫານ​ກັບ​ພວກ​ທະຫານ​ທີ່​ເຝົ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ ແລະ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ​ນັ້ນ ພວກເຂົາ​ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”


ແຕ່​ຜູ້ຮ້າຍ​ຄົນ​ໜຶ່ງ​ອີກ​ຕຳໜິ​ລາວ ແລະ​ເວົ້າ​ວ່າ, “ໂຕ​ບໍ່​ຢ້ານ​ພຣະເຈົ້າ​ບໍ? ໂຕ​ກໍ​ຖືກ​ໂທດ​ເໝືອນກັນ​ກັບ​ເພິ່ນ.


ຖືກຕ້ອງ​ແລ້ວ ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອ ຈຶ່ງ​ຖືກ​ຫັກ​ອອກ, ແຕ່​ທີ່​ເຈົ້າ​ຢູ່​ໄດ້​ນັ້ນ ກໍ​ຍ້ອນ​ຄວາມເຊື່ອ​ຂອງ​ເຈົ້າ​ເທົ່ານັ້ນ. ດັ່ງນັ້ນ ເຈົ້າ​ຢ່າ​ສູ່​ເປັນ​ຜູ້​ຈອງຫອງ, ແຕ່​ຈົ່ງ​ເປັນ​ຜູ້​ທີ່​ຢຳເກງ.


ດ້ວຍເຫດນັ້ນ ພວກເຈົ້າ​ຈົ່ງ​ຖ່ອມໃຈ​ລົງ ຢູ່​ໃຕ້​ພຣະຫັດ​ອັນ​ຊົງ​ຣິດ​ຂອງ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ ເມື່ອ​ເຖິງ​ເວລາ​ອັນ​ຄວນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka