Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 44:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 44:1
19 Jak'a apnaqawi uñst'ayäwi  

ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງ​ພວກ​ນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ຊາວ​ຟີລິດສະຕິນ.


“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ກັບ​ເມືອ​ຕັ້ງ​ຄ້າຍພັກ​ຢູ່​ຕໍ່ໜ້າ​ຂອງ​ປີຮາຮີໂຣດ; ລະຫວ່າງ​ມິກໂດນ​ກັບ​ທະເລແດງ ແລະ​ຢູ່​ໃກ້​ກັບ ບາອານເຊໂຟນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ບັນດາ​ຜູ້ນຳ​ຂອງ​ເມືອງ​ໂຊອານ ແລະ​ເມືອງ​ມຳຟິດ​ໂງ່​ຫລາຍ. ພວກເຂົາ​ຖື​ຕົນ​ວ່າ​ເປັນ​ຜູ້ນຳ​ຂອງ​ຊາດ ແຕ່​ພັດ​ໄດ້​ນຳ​ຊາດ​ໄປ​ໃນ​ທາງ​ຜິດ.


ແມ່ນແລ້ວ ຊາວ​ເມືອງ​ມຳຟິດ​ແລະ​ຕາປັນເຮັດ ຕ່າງ​ກໍໄດ້​ຕີ​ກະໂຫລກ​ຫົວ​ລາວ​ຈົນ​ແຕກ.


ສຳລັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ພວກ​ເຈົ້ານາຍ​ຂອງ​ລາວ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຍັງເຫລືອ​ຢູ່ ຄື​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຫລື​ໄດ້​ຍົກຍ້າຍ​ໄປ​ປະເທດ​ເອຢິບ​ນັ້ນ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ ດັ່ງ​ໝາກເດື່ອ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.


ລາວ​ຈະ​ທຳລາຍ​ອານຸ​ສາວະລີ​ຕ່າງໆ ຊຶ່ງ​ເປັນ​ເສົາ​ຫີນ​ສັກສິດ​ທີ່​ເຮລີໂອໂປລີ​ໃນ​ປະເທດ​ເອຢິບ ແລະ​ຈະ​ຈູດ​ວິຫານ​ຂອງ​ບັນດາ​ພະ​ຊາວ​ເອຢິບ​ດ້ວຍ.”’


ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ເຮົາ​ຈຶ່ງ​ເປັນ​ສັດຕູ​ຂອງ​ເຈົ້າ​ແລະ​ເປັນ​ສັດຕູ​ແມ່ນໍ້ານິນ​ຂອງ​ເຈົ້າ​ດ້ວຍ. ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ເອຢິບ​ທັງໝົດ​ເປັນ​ທີ່​ຮົກຮ້າງ​ຫວ່າງເປົ່າ ຄື​ຕັ້ງແຕ່​ເມືອງ​ມິກໂດນ​ທາງ​ທິດເໜືອ ເຖິງ​ເມືອງ​ອາຊວານ​ທາງ​ທິດໃຕ້ ຈົນ​ໄປຮອດ​ຊາຍແດນ​ຂອງ​ເອທີໂອເປຍ.


ແລະ​ເຮົາ​ຈະ​ອະນຸຍາດ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ພາກໃຕ້​ຂອງ​ປະເທດ​ເອຢິບ ຄື​ເມືອງ​ດັ້ງເດີມ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ອ່ອນແຮງ​ຫລາຍ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ພຣະປອມ​ທັງຫລາຍ​ທີ່​ເມືອງ​ມຳຟິດ ບໍ່ມີ​ຜູ້ໃດ​ຈະ​ຂຶ້ນ​ປົກຄອງ​ເອຢິບ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະທ້ານ​ຢ້ານກົວ.


ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ທາງ​ພາກໃຕ້​ຮົກຮ້າງ​ຫວ່າງເປົ່າ ທັງ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ໂຊອານ​ທາງ​ທິດເໜືອ​ດ້ວຍ. ເຮົາ​ຈະ​ລົງໂທດ​ເມືອງເອກ​ຂອງ​ເທເບ.


ເຮົາ​ຈະ​ຈູດ​ໄຟ​ເຜົາ​ເອຢິບ​ແລະ​ເມືອງ​ເປລູສີອຳ​ກໍ​ຈະ​ແຄ້ນໃຈ ກຳແພງ​ເມືອງ​ເທເບ​ຈະ​ພັງ​ທະລາຍ ແລະ​ນໍ້າ​ກໍ​ຈະ​ໄຫລ​ຖ້ວມ​ເມືອງ.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka