Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:9 - ພຣະຄຳພີສັກສິ

9 “ຈົ່ງ​ເອົາ​ຫີນ​ໃຫຍ່​ບາງ​ກ້ອນ​ມາ​ຝັງ​ໄວ້ ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ສູ່​ພະຣາຊວັງ​ຂອງ​ຟາໂຣ ແລະ​ໃຫ້​ພວກ​ອິດສະຣາເອນ​ບາງຄົນ​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:9
18 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍໄດ້​ເອົາ​ເລື່ອຍ, ຈົກ, ຂວານ, ໃຫ້​ຊາວ​ເມືອງ​ນີ້ ແລະ​ບັງຄັບ​ພວກເຂົາ​ເຮັດ​ດິນຈີ່​ໃຫ້​ເພິ່ນ. ເພິ່ນ​ໄດ້​ປະຕິບັດ​ເໝືອນກັນ​ນີ້​ຕໍ່​ຊາວ​ອຳໂມນ​ໃນ​ທຸກ​ຫົວເມືອງ. ແລ້ວ​ເພິ່ນ​ພ້ອມ​ທັງ​ທະຫານ​ຂອງ​ເພິ່ນ​ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ.


ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຜູ້​ທີ່​ຖືກ​ບັງຄັບ​ໃຫ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ ມີ​ດັ່ງນີ້: ກະສັດ​ຟາໂຣ​ແຫ່ງ​ເອຢິບ, ຂ້າຣາຊການ ແລະ​ພວກ​ເຈົ້ານາຍ​ຂອງເພິ່ນ;


ແລ້ວ​ໃຫ້​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮົາ​ຈະ​ນຳພາ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຜູ້ຮັບໃຊ້​ຂອງເຮົາ​ມາ​ບ່ອນ​ນີ້ ແລະ​ລາວ ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ເທິງ​ກ້ອນຫີນ​ເຫຼົ່ານີ້ ຊຶ່ງ​ເຈົ້າ ໄດ້​ຝັງ​ໄວ້ ແລະ​ຈະ​ກາງ​ເຕັນ​ແຫ່ງ​ກະສັດ​ເທິງ​ກ້ອນຫີນ​ນັ້ນ.


ໃນ​ທີ່ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ໃນ​ເມືອງ​ຕາປັນເຮັດ​ວ່າ,


ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’


ພຣະເຈົ້າ​ໄດ້​ກ່າວ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອົາ​ດິນຈີ່​ກ້ອນ​ໜຶ່ງ​ມາ​ວາງ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ໜຶ່ງ​ທີ່​ສະແດງ​ເຖິງ​ນະຄອນ​ເຢຣູຊາເລັມ​ໃສ່​ເທິງ​ດິນຈີ່​ກ້ອນ​ນັ້ນ.


ເຮົາ​ໄດ້​ກ່າວ​ແກ່​ພວກ​ຜູ້ທຳນວາຍ ແລະ​ໃຫ້​ພວກເຂົາ​ເຫັນ​ນິມິດ​ຫລາຍຢ່າງ ແລະ​ເຮົາ​ໄດ້​ເຕືອນ​ປະຊາຊົນ​ຂອງເຮົາ ຜ່ານ​ທາງ​ຜູ້ທຳນວາຍ​ເຫຼົ່ານັ້ນ.


ຈົ່ງ​ຕັກ​ນໍ້າ​ໄວ້​ໃຊ້​ໃນ​ເວລາ​ເມືອງ​ຖືກ​ປິດລ້ອມ​ເຖີດ ແລະ​ເສີມສ້າງ​ປ້ອມ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ ຈົ່ງ​ຢຽບ​ດິນ​ໜຽວ​ເພື່ອ​ເຮັດ​ກ້ອນ​ດິນຈີ່ ແລະ​ຈົ່ງ​ຈັດຕຽມ​ເຕົາ​ເຜົາ​ດິນຈີ່​ໃຫ້​ພ້ອມ,


ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka