Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:8 - ພຣະຄຳພີສັກສິ

8 ໃນ​ທີ່ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ໃນ​ເມືອງ​ຕາປັນເຮັດ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:8
11 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ປົບໜີ​ຈາກ​ພຣະອົງ​ໄປ​ທາງ​ໃດ? ຈະ​ໜີໄປ​ໃສ​ເພື່ອ​ຫລີກ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ໄດ້?


ແມ່ນແລ້ວ ຊາວ​ເມືອງ​ມຳຟິດ​ແລະ​ຕາປັນເຮັດ ຕ່າງ​ກໍໄດ້​ຕີ​ກະໂຫລກ​ຫົວ​ລາວ​ຈົນ​ແຕກ.


“ຈົ່ງ​ເອົາ​ຫີນ​ໃຫຍ່​ບາງ​ກ້ອນ​ມາ​ຝັງ​ໄວ້ ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ສູ່​ພະຣາຊວັງ​ຂອງ​ຟາໂຣ ແລະ​ໃຫ້​ພວກ​ອິດສະຣາເອນ​ບາງຄົນ​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສາມ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຊອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບສອງ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka