Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:6 - ພຣະຄຳພີສັກສິ

6 ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ທຸກໆຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ໄດ້​ປະ​ໄວ້​ໃຫ້​ຢູ່​ໃຕ້​ການ​ດູແລ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຫລານຊາຍ​ຂອງ​ຊາຟານ​ນັ້ນ​ໜີໄປ ລວມທັງ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລະ​ຂ້າພະເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:6
11 Jak'a apnaqawi uñst'ayäwi  

ຄື​ພວກຜູ້ຍິງ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ຣາຊວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ ຈະ​ຖືກ​ນຳ​ຕົວ​ອອກ​ໄປ​ມອບ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແລ້ວ​ພວກເຂົາ​ກໍ​ຈະ​ພາກັນ​ຮ້ອງເພງ​ໃສ່​ທ່ານ ໃນ​ຂະນະທີ່​ໄປ​ນັ້ນ​ວ່າ: ‘ເພື່ອນ​ສະໜິດ​ຂອງ​ກະສັດ​ໄດ້​ຫລອກລວງ​ເພິ່ນ ພວກເຂົາ​ບັງຄັບ​ເພິ່ນ​ໃຫ້​ກະທຳ​ຕາມ​ຄວາມຄິດ​ຂອງ​ພວກເຂົາ. ບັດນີ້​ຕີນ​ເພິ່ນ​ກໍໄດ້​ຈົມ​ຢູ່​ໃນ​ຂີ້ຕົມ ເພື່ອນ​ເພິ່ນ​ປົບໜີ​ຈາກ​ເພິ່ນ​ໄປ​ໝົດສິ້ນ.”’


ລາວ​ປະ​ໄວ້​ແຕ່​ຄົນ​ຍາກຈົນ​ຈຳນວນ​ບໍ່​ເທົ່າໃດ​ຄົນ ຄື​ຜູ້​ທີ່​ບໍ່ມີ​ຊັບສົມບັດ​ຫຍັງ​ໃນ​ອານາຈັກ ແລະ​ລາວ​ໄດ້​ມອບ​ສວນອະງຸ່ນ ແລະ​ໄຮ່​ນາ​ໃຫ້​ພວກເຂົາ​ເຮັດ.


ໃນຂະນະ​ດຽວກັນ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ​ດິນແດນ​ອື່ນ​ອີກ​ໄດ້ຍິນ​ວ່າ ກະສັດ​ແຫ່ງ​ບາບີໂລນ​ໄດ້​ອະນຸຍາດ​ໃຫ້​ຊາວ​ອິດສະຣາເອນ​ບາງຄົນ​ອາໄສ​ຢູ່​ໃນ​ຢູດາຍ​ໄດ້ ແລະ​ເພິ່ນ​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ຂອງ​ພວກເຂົາ.


ຍັງ​ມີ​ນາຍ​ທະຫານ​ແລະ​ທະຫານ​ບາງຄົນ​ທີ່​ບໍ່​ຍອມ​ຈຳນົນ. ພວກເຂົາ​ໄດ້ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ປະເທດ ແລະ​ໃຫ້​ເພິ່ນ​ກຳກັບ​ພວກ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຄື​ປະຊາຊົນ​ທັງໝົດ​ຜູ້​ຍາກຈົນ​ທີ່ສຸດ​ຢູ່​ໃນ​ອານາຈັກ.


ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.


ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຍຸແຫຍ່​ເຈົ້າ​ໃຫ້​ຕໍ່ສູ້​ພວກເຮົາ ເພື່ອ​ວ່າ​ຊາວ​ບາບີໂລນ​ຈະ​ໄດ້​ມີ​ອຳນາດ​ເໜືອ​ພວກເຮົາ ແລະ​ຂ້າ​ພວກເຮົາ ຫລື​ຈັບ​ພວກເຮົາ​ທັງໝົດ​ໄປ​ບາບີໂລນ​ຄືກັນ.”


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ຕັດສິນ ໃຫ້​ປະຫານ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ທີ່​ເມືອງ​ຣິບລາ​ຕໍ່ໜ້າຕໍ່ຕາ​ຂອງ​ເຈົ້າ​ເຊເດກີຢາ ທັງ​ໄດ້​ໃຫ້​ປະຫານ​ພວກ​ຂ້າຣາຊການ​ຂອງ​ຢູດາຍ​ດ້ວຍ.


ຂ້ອຍ​ຄື​ຜູ້ໜຶ່ງ​ທີ່​ຮູ້​ວ່າ​ຖືກ​ລຳບາກ​ເປັນ​ຢ່າງໃດ ຖືກ​ລຳບາກ​ເພາະ​ພຣະເຈົ້າ​ໄດ້​ລົງໂທດ.


ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ຄາດ​ແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປມາ​ທາງ​ໃດ​ຕາມໃຈ​ມັກ, ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນອື່ນ​ຈະ​ຄາດ​ແອວ​ໃຫ້ ແລະ​ຈະ​ພາ​ເຈົ້າ​ໄປ​ໃນ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ.” (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka