Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:5 - ພຣະຄຳພີສັກສິ

5 ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ກໍໄດ້​ພາ​ທຸກໆ​ຄົນ ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ຢູດາຍ​ໜີໄປ​ປະເທດ​ເອຢິບ ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ​ທີ່​ໄດ້​ກັບ​ມາ​ແຕ່​ປະເທດ​ຕ່າງໆ ທີ່​ພວກເຂົາ​ໄດ້​ຖືກ​ກະຈັດ​ກະຈາຍ​ໄປ​ນັ້ນ​ມີ​ດັ່ງນີ້:

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:5
7 Jak'a apnaqawi uñst'ayäwi  

ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລະ​ຫລານຊາຍ​ຂອງ​ຊາຟານ ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ; ແລະ​ໄດ້​ໃຫ້​ເພິ່ນ​ເປັນ​ຜູ້​ຮັບຜິດຊອບ​ທຸກຄົນ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ບາບີໂລນ.


ຂ້ອຍເອງ​ຈະ​ຢູ່​ທີ່​ເມືອງ​ມີຊະປາ​ນີ້​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ ເມື່ອ​ພວກ​ບາບີໂລນ​ມາ​ທີ່ນີ້, ແຕ່​ພວກເຈົ້າ​ຮວບຮວມ ແລະ​ສະສົມ​ເຫຼົ້າ​ອະງຸ່ນ, ຜົນລະໄມ້ ແລະ​ນໍ້າມັນ​ໝາກກອກເທດ ແລະ​ອາໄສ​ຢູ່​ໃນ​ໝູ່ບ້ານ​ທີ່​ພວກເຈົ້າ​ຄຸ້ມຄອງ​ນັ້ນ​ໄດ້.”


ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.


ພວກເຂົາ​ຢ້ານກົວ​ຊາວ​ບາບີໂລນ ຍ້ອນ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ດິນແດນ​ແທນ​ເພິ່ນ. ສະນັ້ນ ພວກເຂົາ​ຈຶ່ງ​ມຸ່ງໜ້າ​ໄປ​ສູ່​ປະເທດ​ເອຢິບ ເພື່ອ​ປົບໜີ​ຈາກ​ພວກ​ບາບີໂລນ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ພວກເຂົາ​ໄດ້​ຢຸດ​ຢູ່​ທີ່​ເມືອງ​ກິມຮາມ​ໃກ້​ກັບ​ເມືອງ​ເບັດເລເຮັມ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka