Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:4 - ພຣະຄຳພີສັກສິ

4 ສະນັ້ນ ຈຶ່ງ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ເພື່ອ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ ບໍ່​ວ່າ​ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ຫລື​ຜູ້ນຳ​ຝ່າຍ​ທະຫານ​ຜູ້ໃດ​ຜູ້ໜຶ່ງ ຫລື​ປະຊາຊົນ​ຄົນໃດ​ຄົນໜຶ່ງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:4
10 Jak'a apnaqawi uñst'ayäwi  

ຊາວ​ອິດສະຣາເອນ​ທັງໝົດ​ກັບ​ຄົນຮັ່ງມີ ແລະ​ຄົນ​ທຸກຈົນ ພ້ອມທັງ​ພວກ​ນາຍ​ທະຫານ​ຕ່າງ​ກໍ​ປົບໜີໄປ​ປະເທດ​ເອຢິບ ເພາະ​ຢ້ານ​ຊາວ​ບາບີໂລນ.


ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ມາ​ກັບ​ຕົນ ກໍ​ກຳກັບ​ເອົາ​ປະຊາຊົນ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຈັບ​ເອົາ​ມາ​ແຕ່​ເມືອງ​ມີຊະປາ​ໄປ​ເປັນ​ຊະເລີຍ ຫລັງຈາກ​ທີ່​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລ້ວ ຄື​ພວກ​ທະຫານ, ພວກຜູ້ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ຊາຍ​ກະເທີຍ.


ບັດນີ້ ຂ້ອຍ​ໄດ້​ບອກ​ພວກເຈົ້າ​ແລ້ວ, ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ໃຊ້​ຂ້ອຍ​ມາ​ບອກ​ພວກເຈົ້າ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທຸກໆ​ຄົນ​ທີ່​ມາ​ນຳ​ລາວ​ນັ້ນ ພ້ອມທັງ​ປະຊາຊົນ​ອື່ນໆ​ອີກ​ທັງໝົດ​ມາ​ໂຮມກັນ.


ແຕ່​ພວກເຈົ້າ​ບໍ່ໄດ້​ຍອມ​ຟັງ ຫລື​ເອົາໃຈໃສ່​ເລີຍ. ພວກເຈົ້າ​ບໍ່​ຍອມ​ເລີກ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ສຳລັບ​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka