ເຢເຣມີຢາ 43:3 - ພຣະຄຳພີສັກສິ3 ບາຣຸກລູກຊາຍຂອງເນຣີຢາໄດ້ຍຸແຫຍ່ເຈົ້າໃຫ້ຕໍ່ສູ້ພວກເຮົາ ເພື່ອວ່າຊາວບາບີໂລນຈະໄດ້ມີອຳນາດເໜືອພວກເຮົາ ແລະຂ້າພວກເຮົາ ຫລືຈັບພວກເຮົາທັງໝົດໄປບາບີໂລນຄືກັນ.” Uka jalj uñjjattʼäta |
ແລ້ວບາຣຸກກໍໄດ້ອ່ານທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນກຳລັງຟັງຢູ່. ລາວໄດ້ອ່ານໜັງສືມ້ວນນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ ຈາກຫ້ອງຂອງເກມາຣິຢາລູກຊາຍຂອງຊາຟານ ເລຂາທິການປະຈຳຣາຊວັງ. ສ່ວນຫ້ອງຂອງເກມາຣິຢານັ້ນຢູ່ທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ.
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”