ເຢເຣມີຢາ 43:11 - ພຣະຄຳພີສັກສິ11 ເນບູກາດເນັດຊາຈະມາເອົາຊະນະເອຢິບ. ປະຊາຊົນເຫຼົ່ານັ້ນທີ່ຮັບເຄາະກຳໃຫ້ຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ກໍຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ; ພວກທີ່ຮັບເຄາະກຳໃຫ້ຖືກຈັບໄປເປັນຊະເລີຍເສິກ ກໍຈະຖືກຈັບໄປເປັນຊະເລີຍເສິກ; ແລະພວກທີ່ຮັບເຄາະກຳໃຫ້ຖືກຂ້າໃນສົງຄາມ ກໍຈະຖືກຂ້າໃນສົງຄາມ. Uka jalj uñjjattʼäta |
ເມື່ອພວກເຂົາຖາມເຈົ້າວ່າ, ‘ພວກເຮົາຄວນຈະໄປໃສ?’ ຈົ່ງບອກພວກເຂົາວ່າພຣະເຈົ້າຢາເວກ່າວດັ່ງນີ້: ‘ບາງຄົນຈະຕາຍຍ້ອນເຄາະກຳພະຍາດໂຣຄາ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຈະຕາຍຍ້ອນເຄາະກຳໃນສົງຄາມ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ບາງຄົນຈະຕາຍຍ້ອນເຄາະກຳການອຶດຢາກນາໆ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ ຄົນອື່ນອີກຮັບເຄາະກຳຍ້ອນຖືກຈັບເປັນຊະເລີຍ ບ່ອນນັ້ນແຫລະ ທີ່ພວກເຂົາຈະພາກັນໄປນັ້ນ.’
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.