Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 43:10 - ພຣະຄຳພີສັກສິ

10 ແລ້ວ​ໃຫ້​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮົາ​ຈະ​ນຳພາ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຜູ້ຮັບໃຊ້​ຂອງເຮົາ​ມາ​ບ່ອນ​ນີ້ ແລະ​ລາວ ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ເທິງ​ກ້ອນຫີນ​ເຫຼົ່ານີ້ ຊຶ່ງ​ເຈົ້າ ໄດ້​ຝັງ​ໄວ້ ແລະ​ຈະ​ກາງ​ເຕັນ​ແຫ່ງ​ກະສັດ​ເທິງ​ກ້ອນຫີນ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 43:10
19 Jak'a apnaqawi uñst'ayäwi  

ກະສັດ​ເບັນຮາດາດ​ໄດ້​ຮັບ​ຄຳຕອບ​ຈາກ​ກະສັດ​ອາຮາບ ໃນ​ຕອນ​ທີ່​ເພິ່ນ​ກັບ​ໝູ່ເພື່ອນ​ຂອງເພິ່ນ​ພ້ອມທັງ​ພວກ​ກະສັດ​ຄົນອື່ນໆ ກຳລັງ​ນັ່ງ​ດື່ມ​ເຫຼົ້າ​ໃນ​ຜ້າເຕັນ. ເພິ່ນ​ຈຶ່ງ​ສັ່ງ​ພວກ​ທະຫານ​ໃຫ້​ຕຽມຕົວ​ໂຈມຕີ​ເມືອງ ແລະ​ພວກເຂົາ​ກໍ​ເຂົ້າ​ປະຈຳ​ໜ້າທີ່​ຢ່າງ​ພຽບພ້ອມ.


ການ​ໂຈມຕີ​ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນທ່ຽງ ໃນ​ຂະນະທີ່​ກະສັດ​ເບັນຮາດາດ​ກັບ​ພັນທະມິດ​ຂອງ​ເພິ່ນ​ສາມສິບສອງ​ຄົນ​ກຳລັງ​ດື່ມ​ເຫຼົ້າ​ເມົາ​ຢູ່​ໃນ​ຜ້າເຕັນ.


ພຣະອົງ​ມີ​ຄວາມມືດ​ຫຸ້ມຫໍ່​ຕົວ​ຂອງ​ພຣະອົງ ເມກ​ທີ່​ມີ​ນໍ້າ​ອັນ​ຕຶບໜາ​ກໍ​ອ້ອມ​ພຣະອົງ​ໄວ້.


ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.


ພຣະອົງ​ປ້ອງກັນ​ພວກເຂົາ​ໄວ້​ຢ່າງ​ປອດໄພ ໃຕ້​ຮົ່ມ​ພຣະຄຸນ​ຂອງ​ພຣະອົງ ເພື່ອ​ໃຫ້​ພົ້ນ​ຈາກ​ແຜນການ​ປອງຮ້າຍ​ຂອງ​ມະນຸດ ພຣະອົງ​ເຊື່ອງ​ພວກເຂົາ​ໄວ້​ໃນ​ບ່ອນ​ເພິ່ງອີງ​ທີ່​ປອດໄພ ໃຫ້​ພົ້ນ​ຈາກ​ຄຳ​ດູໝິ່ນ​ນິນທາ​ຂອງ​ຄູ່​ຕໍ່ສູ້.


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຜູ້​ທີ່​ພຣະອົງ​ຊົງເຈີມ​ໄວ້​ຄື​ໄຊຣັດ​ໃຫ້​ເປັນ​ກະສັດ ຜູ້ຊຶ່ງ​ພຣະອົງ​ໄດ້​ຈັບ​ມື​ຂວາ​ໄວ້​ເພື່ອ​ໃຫ້​ປາບ​ບັນດາ​ຊົນຊາດ​ຕໍ່ໜ້າ​ທ່ານ; ພຣະອົງ​ສົ່ງ​ເພິ່ນ​ມາ​ເພື່ອ​ຖອດ​ຕຳແໜ່ງ​ກະສັດ ຈາກ​ອຳນາດ​ທີ່​ພວກເຂົາ​ມີ​ສຳລັບ​ການ​ປົກຄອງ​ນັ້ນ; ໃຫ້​ເປີດ​ປະຕູ​ຕໍ່ໜ້າ​ທ່ານ ແລະ​ບໍ່ໃຫ້​ປະຕູ​ເມືອງ​ປິດ​ກ່າວ​ດັ່ງນີ້​ວ່າ:


ເພາະ​ເຮົາ​ກຳລັງ​ເອີ້ນ​ເອົາ​ທຸກ​ຊົນຊາດ​ທາງ​ທິດເໜືອ​ໃຫ້​ມາ. ພຣະເຈົ້າຢາເວ​ກ່າວວ່າ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ຕັ້ງ​ບັນລັງ​ຂຶ້ນ​ທີ່​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ ແລະ ອ້ອມ​ກຳແພງ​ເມືອງ ຕະຫລອດ​ທັງ​ອ້ອມ​ເມືອງ​ອື່ນໆ​ຂອງ​ຢູດາຍ​ດ້ວຍ.


“ຈົ່ງ​ເອົາ​ຫີນ​ໃຫຍ່​ບາງ​ກ້ອນ​ມາ​ຝັງ​ໄວ້ ຢູ່​ຕໍ່ໜ້າ​ທາງ​ເຂົ້າ​ສູ່​ພະຣາຊວັງ​ຂອງ​ຟາໂຣ ແລະ​ໃຫ້​ພວກ​ອິດສະຣາເອນ​ບາງຄົນ​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ.


ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ມາ​ໂຈມຕີ​ປະເທດ​ເອຢິບ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,


ເຮົາ​ຈະ​ທຳລາຍ​ບັນດາ​ກະສັດ​ພ້ອມ​ທັງ​ພວກ​ເຈົ້ານາຍ​ຂອງ​ພວກເຂົາ ແລະ​ຈະ​ຕັ້ງ​ບັນລັງ​ຂອງເຮົາ​ຢູ່​ໃນ​ທີ່ນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka